ປຸກລະດົມເດືອນກຳມະກອນປີ 2018

(VOVWORLD) -ສະຫະພັນໃຫຍ່ແຮງງານ ຫວຽດນາມ ຄາດຄະເນວ່າ ຈະປຸກລະດົມເດືອນກຳມະກອນປີ 2018 ໃນເດືອນ ເມສາ 2018 ດ້ວຍຫົວຂໍ້ວ່າ “ແຕ່ລະກຳມະບານຂັ້ນຮາກຖານ - ສະມາຊິກຊາວໜຸ່ມມີຜົນປະໂຫຍດໜຶ່ງ”.
ປຸກລະດົມເດືອນກຳມະກອນປີ 2018 - ảnh 1 (ພາບປະກອບ)

ຕາມແຜນການແລ້ວ, ໃນປີ 2018 ແຕ່ລະກຳມະບານຂັ້ນຮາກຖານ ເປັນເຈົ້າການເລືອກເຟັ້ນບັນດາຄູ່ຮ່ວມມື ເພື່ອຜັນຂະຫຍາຍລາຍການສະຫວັດດີການ; ສະເໜີຕໍ່ຜູ້ນຳໃຊ້ແຮງງານ ຕ້ອງຈັດຕັ້ງຢ່າງໜ້ອຍສຸດ 1 ການເຄື່ອນໄຫວ ຫຼື ຮູບການເບິ່ງແຍງດູແລຜົນປະໂຫຍດໃຫ້ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານ. ພ້ອມກັນນັ້ນ, ກຳມະບານທຸກຂັ້ນ ຄວນຈັດຕັ້ງເວທີປາໄສ “ຮັບຟັງກຳມະກອນເວົ້າ - ເວົ້າໃຫ້ກຳມະກອນຟັງ” ກຳ ແໜ້ນ, ແກ້ໄຂບັນດາບັນຫາເຄັ່ງຮ້ອນ, ຮີບດ່ວນໃນສະມາຊິກຊາວໜຸ່ມ, ກຳມະບານ, ກຳມະກອນ, ພາລະກອນ ຊາວຜູ້ອອກແຮງງານຢ່າງທັນການ; ເຂົ້າຮ່ວມໃນການຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບແຮງງານ…

        ນອນນັ້ນ, ກຳມະບານທຸກຂັ້ນຈັດຕັ້ງການຍ້ອງຍໍ, ຊົມເຊີຍໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ອອກແຮງງານເກັ່ງ”, “ອອກແຮງງານຢ່າງມີຫົວຄິດປະດິດສ້າງ”; ຈັດຕັ້ງການເຄື່ອນໄຫວ “ຂອບໃຈຊາວຄົນງານ”, ຮັບຮູ້ການປະກອບສ່ວນສຳຄັນຂອງຊາວຄົນງານ ແລະ ລະດົມກຳລັງໃຈຄົນງານຕິດພັນກັບອົງການສຳນັກງານ, ຫົວໜ່ວຍ, ວິສາຫະກິດຢ່າງໝັ້ນຄົງ, ດົນນານ.

ຕອບກັບ

ຂ່າວ/ບົດ​ອື່ນ