ປຸກລະດົມເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມປີ 2018

(VOVWORLD) -ຕອນຄ່ຳວັນທີ 04 ມິຖຸນາ, ຢູ່ນະຄອນ ກຸຍເຍີນ, ແຂວງບິ່ງດິ້ງ, ໄດ້ດຳເນີນພິທີປຸກລະດົມ “ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ” ສະໜັບສະໜູນວັນສິ່ງແວດລ້ອມໂລກ 05 ມິຖຸນາ. ວັນສິ່ງແວດລ້ອມໂລກ ປີນີ້ໂດຍສະຫະປະຊາຊາດຈັດຕັ້ງ ດ້ວຍຫົວຂໍ້ວ່າ “ແກ້ໄຂມົນລະຜິດຢາງ ແລະ nylon”.

ປຸກລະດົມເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມປີ 2018 - ảnh 1ປຸກລະດົມເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມແຫ່ງຊາດ 2018 

(ພາບ: TTXVN)

ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວໍຕ໋ວນເຍີນ ໄດ້ປຸກລະດົມເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ, ໃຫ້ຮູ້ວ່າ: ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມປີນີ້ ແມ່ນເພື່ອໂຄສະນາ, ຂົນຂວາຍ, ຮຽກຮ້ອງທຸກຄົນພ້ອມກັນປ່ຽນແປງຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ ເພື່ອຫຼຸດຜ່ອນມົນລະຜິດສິ່ງເສດເຫຼືອຈາກຂີ້ເຫຍື້ອປະເພດຢາງ ແລະ nylon ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສຸຂະພາບຂອງມະນຸດ; ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ປະຊາຊົນທຸກຄົນ, ດ້ວຍບັນດາການກະທຳຢ່າງແທດຈິງຂອງຕົນແນໃສ່ປ່ຽນແປງຄວາມຊິນເຄີຍນຳໃຊ້ຖົງຢາງ ເພື່ອປະກອບສ່ວນປົວແປງ, ປົກປັກຮັກສາສິ່ງແວດລ້ອມ, ຮັກສາສຸຂະພາບຂອງມະນຸດ.

ຕອນເຊົ້າວັນທີ 5 ມິຖຸນາ, ນະຄອນເກີນເທີ ໄດ້ຈັດຕັ້ງພິທີຊຸມນຸມມິດຕິງຕອບສະໜອງວັນເພື່ອສິ່ງແວດລ້ອມໂລກ ດ້ວຍຫົວຂໍ້ວ່າ “ແກ້ໄຂບັນຫາເປັນມົນລະພິດຈາກຢາງ ແລະ nilon”. ກ່າວຄຳເຫັນທີ່ງານຊຸມນຸມມິດຕິງ, ທ່ານດາວແອງຢຸງ, ຮອງປະທານຄະນະກຳມະການນະຄອນປະຊາຊົນນະຄອນເກີນເທີ, ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາມາດຕະການຄຸ້ມຄອງ, ເກັບກູ້ຂົນສົ່ງ, ແກ້ໄຂບັນຫາຂີ້ເຫຍື້ອສິ່ງເສດເຫຼືອໃນບໍລິເວນທ້ອງຖິ່ນ, ເພື່ອແນໃສ່ສະກັດກັ້ນ ແລະ ຫຼຸດຜ່ອນບັນດາຜົນຮ້າຍຈາກຂີ້ເຫຍື້ອກໍ່ມົນລະພິດຕໍ່ສິ່ງແວດລ້ອມທຳມະຊາດ. ພາຍຫຼັງງານຊຸມນຸມມິດຕິງ, ບັນດາກະຊວງ, ຂະແໜງການ, ຂັ້ນຕ່າງໆນະຄອນເກີນເທີ ໄດ້ຈັດຕັ້ງການເຄື່ອນໄຫວອະນາໄມສິ່ງແວດລ້ອມຢູ່ບັນດາເມືອງ, ເທດສະບານໃນທົ່ວນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ