ປຶກສາຫາລືເມືອງລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ແບນຊິກ

(VOVWORLD) -

ຕອນບ່າຍວັນທີ 22 ພະຈິກ, ທີ່ເຮືອນຮັບແຂກຂອງລັດຖະບານ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີການປຶກສາຫາລືດ້ານການເມືອງກັບທ່ານ Dirk Achten, ເລຂາທິການໃຫຍ່ກະຊວງການຕ່າງປະເທດ ແລະ ເອີລົບ ແບນຊິກ ໃນຂອບເຂດການຢ້ຽມຢາມ ຫວຽດນາມ.

        ທີ່ການປຶກສາຫາລືການເມືອງ, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການແລກປ່ຽນຄະນະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການສາກົນຄື ສປຊ, ກອງປະຊຸມຂັ້ນສູງ ອາຊີ - ເອີລົບ (ASEM), ເວທີປາໄສຮ່ວມມືລະຫວ່າງສະຫະປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ສະຫະພາບ ເອີລົບ (ອາຊຽນ - ອີຢູ) ແລະ ອົງການພາສາ ຝຣັ່ງ (Francophonie).

        ກ່ຽວກັບເສດຖະກິດ, 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືດ້ານການຄ້າ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ປະເທດພົບປະ, ເຊື່ອມຕໍ່ບັນດາຂົງເຂດບຸລິມະສິດຄືການຂົນສົ່ງທາງທະເລ, ການບໍລິການພະລາທິການ, ເຕັກໂນໂລຢີຂຽວ…

        2 ຝ່າຍຖືວ່າ ການຮ່ວມມືດ້ານວັດທະນະທຳ - ການສຶກສາແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ປະເທດ; ຢັ້ງຢືນວ່າຕ້ອງສ້າງເງື່ອນໄຂເພື່ອໃຫ້ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ 2 ປະເທດເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ, ມຸ່ງໄປເຖິງຄາດໝາຍຍາວນານໃນການບຳລຸງສ້າງຖັນແຖວພະນັກງານມີຄຸນນະພາບສູງ.

        ແລກປ່ຽນກ່ຽວກັບບັນດາບັນຫາຮ່ວມມື ແລະ ຄວາມໝັ້ນຄົງຢູ່ ອາຊີ - ປາຊີຟິກ, 2 ຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ເຄົາລົບວິວັດທະນາການທາງການທູດ ແລະ ນິຕິກຳ, ສົນທິສັນຍາ ສປຊ ກ່ຽວກົບກົດໝາຍວ່າດ້ວຍທະເລປີ 1982.

        2 ຝ່າຍກໍ່ເຫັນດີພ້ອມກັນສົມທົບກັນຈັດຕັ້ງບັນດາເຫດການວັດທະນະທຳ ແລະ ເສດຖະກິດ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2018)ຢູ່ ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ