ປິດກອງປະຊຸມ Shangri – La 2018

(VOVWORLD) -ວັນທີ 03 ມິຖຸນາ, ກອງປະຊຸມ Shangri – La  (SLD) ຄັ້ງທີ 17 ທີ່ສິງກະໂປ ຖືກປິດລົງ ພາຍຫຼັງເຮັດວຽກມາເປັນເວລາ 03 ວັນ.

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະສຸດທ້າຍຂອງກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Hen ເນັ້ນໜັກວ່າ ເຖິງວ່າຄວາມເປັນລະບຽບຮຽບຮ້ອຍສາກົນໃນຂົງເຂດ ຄວາມໝັ້ນຄົງ ແລະ ການຄ້າ ໄດ້ສ້າງຂຶ້ນ ພາຍຫຼັງສົງຄາມໂລກຄັ້ງທີ 2 ມາຮອດປັດຈຸບັນຍັງຄົງຮັກສາໄວ້ໄດ້ກໍຕາມ, ແຕ່ການຜັນແປໃນພາກພື້ນ ພ້ອມກັບການປ່ຽນແປງສິດອຳນາດຂອງບັນດາປະເທດໃຫຍ່ ພວມເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ອາຊີ - ປາຊີຟິກ ປ່ຽນແປງໄປຕາມ. ໃນສະພາບການນັ້ນ, ບັນດາຝ່າຍ ຄວນເພີ່ມທະວີການສົມທົບກັນສ້າງ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍ ອີງໃສ່ກົດໝາຍສາກົນ ເພື່ອສືບຕໍ່ຮັກສາທ່າອ່ຽງພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ