ປິດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງກຳປູເຈຍ-ລາວ-ຫວຽດນາມກ່ຽວກັບການສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18

(VOVWORLD) -ກອງປະຊຸມສາມຝ່າຍຂັ້ນລັດຖະມົນຕີລະຫວ່າງ 3 ປະເທດຫວຽດນາມ-ກຳປູເຈຍ-ລາວກ່ຽວກັບການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18, ກອງປະຊຸມໄດ້ປິດລົງໃນວັນທີ 12 ກັນຍາ.
ປິດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງກຳປູເຈຍ-ລາວ-ຫວຽດນາມກ່ຽວກັບການສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18 - ảnh 1ພິທີປິດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງກຳປູເຈຍ-ລາວ-ຫວຽດນາມກ່ຽວກັບການສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລກຸ໊ຍເວືອງຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ຮູ້ວ່າ: ກອງປະຊຸມໄດ້ແບ່ງປັນຄວາມວິຕົກກັງວົນຕໍ່ສະພາບການຜະລິດ, ຄ້າຂາຍ, ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍ, ພິເສດແມ່ນຢາເສບຕິດປະເພດປະສົມແລະທາດກ່ອມປະສາດຊະນິດໃໝ່. ຕາມທ່ານຮອງລັດຖະມົນຕີເລກຸ໊ຍເວືອງແລ້ວ, ສະພາບການດັ່ງກ່າວຈຳເປັນຕ້ອງເພີ່ມທະວີການຮ່ວມມືແລະສຸມໃສ່ຊີ້ນຳຢ່າງແຮງ, ບັນດາເຈົ້າໜ້າທີ່ຂອງແຕ່ລະປະເທດ ຕ້ອງມີມາດຕະການແກ້ໄຂທີ່ສອດຄ່ອງ ແລະ ເໝາະສົມ, ຮັບມືກັບຜົນຮ້າຍຂອງອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດແລະໃນພາກພື້ນ, ທ່ານເລກຸ໊ຍເວືອງກ່າວວ່າ:

ພວກເຮົາໄດ້ໃຫ້ບູລິມາສິດ, ສຸມໃສ່ຊີ້ນຳ: ເພີ່ມທະວີແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ; ຍົກສູງປະສິດທິຜົນບັນດາມາດຕະການຄວບຄຸມຊາຍແດນ; ປະຕິບັດການລາດຕະເວນ, ຄວບຄຸມກວດກາແລະສ້າງຄະນະຮັບຜິດຊອບສະເພາະຄະດີໃນການຕໍ່ສູ້ຮ່ວມກັນ; ສົມທົບກັນກວດກາແລະຈັບກຸມກຸ່ມທີ່ເປັນເປົ້າໝາຍ; ຍົກສູງປະສິດທິຜົນການເຄື່ອນໄຫວຂອງຫ້ອງການຕິດຕໍ່ຜ່ານຊາຍແດນ (BLO); ພິຈາລະນາສ້າງຕັ້ງຫ້ອງການຕິດຕໍ່ຫຼັງໃຫມ່ຢູ່ໃນບັນດາບໍລິເວນຊາຍແດນທີ່ມີຄວາມສ່ຽງສູງດ້ານອາດຊະຍາກຳ ແລະຄ້າຂາຍຢາເສບຕິດລະຫວ່າງບັນດາປະເທດ. ນີ້ກໍ່ແມ່ນການກຳນົດທິດແລະບູລິມະສິດການເຄື່ອນໄຫວທີ່ສຳຄັນເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 3 ປະເທດກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການດ້ານພາວະວິໄສຂອງຂະບວນການຕໍ່ສູ້ຕ້ານຢາເສບຕິດໃນປັດຈຸບັນ.

        ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາຖະແຫຼງການຮ່ວມແລະລົງນາມໃນບບົົດບັນທຶກວ່າດ້ວຍການຮ່ວມມືຄວບຄຸມຢາເສບຕິດ, ທາດກອ່ມປະສາດ ແລະ ທາດຕັ້ງຕົ້ນຜະລິດຢາເສບຕິດລະຫວ່າງ ຫວຽດນາມແລະກຳປູເຈຍ; ຫວຽດນາມ-ລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ