ປັດໃຈສ້າງເປັນຖານະບົດບາດ ຫວຽດນາມ ໃນນະໂຍບາຍຂອງ ລັດເຊຍ ຢູ່ ອາຊີ - ປາຊີຟິກ

(VOVWORLD) - ໃນລາຍການປະທານາທິບໍດີ ລັດເຊຍ Vladimir Putin ເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ດ່ານັ້ງ ຫວ່າງແລ້ວນີ້, ການເຈລະຈາຂັ້ນສູງ ລັດເຊຍ - ຫວຽດນາມ  ມີທີ່ຕັ້ງແກ່ນສານ.
ປັດໃຈສ້າງເປັນຖານະບົດບາດ ຫວຽດນາມ ໃນນະໂຍບາຍຂອງ ລັດເຊຍ ຢູ່ ອາຊີ - ປາຊີຟິກ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ວາລະສານ ຊີວິດສາກົນ ໄດ້ມີບົດສັງເກດກ່ຽວກັບບັນດາປັດໃຈສ້າງເປັນຖານະບົດບາດຂອງ ຫວຽດນາມ ໃນນະໂຍບາຍຂອງ ລັດເຊຍ ຢູ່ພາກພື້ນ ອາຊີ - ປາຊີຟິກ.

        ຕາມນັ້ນແລ້ວ, ປັດໃຈທຳອິດແມ່ນລະດັບເຕີບໂຕເສດຖະກິດເພີ່ມຂຶ້ນຂອງຫວຽດນາມ ພາໃຫ້ ຫວຽດນາມ ນັບມື້ນັບມີຄວາມດຶງດູດໃນສາຍຕາຂອງນັກລົງທຶນ.

        ປັດໃຈທີສອງແມ່ນ, ການພົວພັນທາງດ້ານເສດຖະກິດ - ການຄ້າ ແລະ ການເມືອງ - ການທະຫານລະຫວ່າງສອງປະເທດນັບແຕ່ສະຕະວັດທີ 20 ມາຮອດປັດຈຸບັນ ພວມໄດ້ຮັບການຮັກສາໄວ້ ແລະ ປັບປຸງ.

        ປັດໃຈທີສາມແມ່ນ, ເລີ່ມມາຈາກທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ອາຊີ - ປາຊີຟິກ, ພາກພື້ນນີ້ນັບມື້ນັບເພີ່ມຖານະບົດບາດໃນບັນດາບຸລິມະສິດພົວພັນຕ່າງປະເທດຂອງ ລັດເຊຍ ຢ່າງແຮງ.

        ປັດໃຈທີສີ່ແມ່ນກ່ຽວຂ້ອງເຖິງຄວາມສາມາດຂອງ APEC “ປະກອບ“ ເຂົ້າລະບົບບັນດາວິວັດທະນາການການເມືອງ ແລະ ເສດຖະກິດລວມຢູ່ ອາຊີ - ປາຊີຟິກ.

        ໜັງສືພິມດັ່ງກ່າວສະຫຼຸບວ່າບັນດາປັດໃຈດັ່ງກ່າວໄດ້ເຮັດໃຫ້ການພັດທະນາສາຍພົວພັນດ້ານເສດຖະກິດ - ການຄ້າກັບ ຫວຽດນາມ ກາຍເປັນບຸລິມະສິດສຳລັບລັດເຊຍ, ໃນສະຖານະການທີ່ ຫວຽດນາມ ກໍ່ມີຄວາມເອົາໃຈໃສ່ເຖິງການປັບປຸງການຮ່ວມມືກັບ EAEU.

ຕອບກັບ

ຂ່າວ/ບົດ​ອື່ນ