ປີທ່ອງທ່ຽວແຫ່ງຊາດ 2015 ມຸ່ງໄປເຖິງ “ການເຊື່ອມຕໍ່ບັນດາມໍ ລະດົກໂລກ”

ປີທ່ອງທ່ຽວແຫ່ງຊາດ 2015 ມຸ່ງໄປເຖິງ “ການເຊື່ອມຕໍ່ບັນດາມໍ ລະດົກໂລກ” - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 17/4, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ​ໃຫ້​ຮູ້​ວ່າ: ກະຊວງ​ເຫັນ​ດີ​ເປັນ​ເອກະສັນ​ເລືອກແຂວງ​ ແທງຮວ໋າ ​ເປັນ​ສະຖານ​ທີ່​ຈັດຕັ້ງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ດ້ວຍ​ຫົວ​ຂໍ້​ວ່າ “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 - ແທງຮວ໋າ: ການເຊື່ອມ​ຕໍ່​ບັນດາ​ມໍ​ລະ​ດົກ​ໂລກ”.

   ມາ​ຮອດ​ຈຸດເວລາ​ນີ້, ບັນດາໜ່ວຍງານ, ທ້ອງ​ຖິ່ນ​ໄດ້ຜັນ​ຂະຫຍາຍວຽກງານ​ກະກຽມຈັດຕັ້ງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ຢ່າງ​ຖືກຕ້ອງ​ຕາມ​ແຜນການ​ທີ່​ວາງ​ອອກ. ​ໃນ​ນັ້ນ, ແທງຮວ໋າ ​ໄດ້​ສ້າງ​ບັນດາເອກະສານ​ທີ່​ກ່ຽວຂ້ອງ. ບັນດາ​ເຫດການ, ການ​ເຄື່ອນ​ໄຫວ​ຕ່າງໆຖືກ​ນຳ​ເຂົ້າ​ໃນ​ຮ່າງ​ລາຍການປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ​ແລະ ຮັບ​ເອົາ​ຄວາມ​ຄິດເຫັນຈາກ​ບັນດາ​ແຂວງ - ນະຄອນ, ບັນດາຫົວໜ່ວຍ​ສັງກັດ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ​,​ ບັນດາ​ກະຊວງ, ຂະ​ແໜງການ​ຕ່າງໆ. ການ​ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​​ແຜນ​ຮ່າງ, ​ໂຄງການ ​ແລະ ​ແຜນການ​ພາກສ່ວນ​ຮັບ​ໃຊ້; ວຽກງານສົ່ງ​ເສີມ, ​ໂຄສະນາປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ພວມ​ໄດ້​ຮັບ​ການ​ປັບປຸງໃຫ້​ສຳ​ເລັດ​ໂດຍ​ໄວ.

    ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ຢູ່​ແຂ​ວງ ແທງຮວ໋າ ຈະ​ປະກອບສ່ວນ​ຍົກ​ສູງ​ຄວາມຮັບ​ຮູ້​ຂອງທຸກຂັ້ນ, ​ຂະ​ແໜງການ ​ແລະ ປະຊາຊົນກ່ຽວກັບ​ການ​ພັດທະນາ​ການທ່ອງທ່ຽວຕິດ​ກັບ​ການອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ດ້ານ​ວັດທະນະທຳ. ຄຽງຄ້າງ​ນັ້ນ, ​ແມ່ນການ​ສ້າງ ​ແລະ ຍົກ​ສູງຮູບ​ພາບ​ກ່ຽວກັບ​ການທ່ອງທ່ຽວ ຫວຽດນາມ ​ເວົ້າລວມ ​ແລະ ການທ່ອງທ່ຽວ ແທງຮວ໋າ ​ເວົ້າສະ​ເພາະ.

ຂ່າວ/ບົດ​ອື່ນ