ປັບປຸງການພົວພັນຄູ່ຮ່ວມມື ອາຊຽນ - ນອກແວ

(VOVWORLD) - ນອກແວ ສະແດງໃຫ້ເຫັນຄຳໝັ້ນສັນຍາເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງກ່ວາອີກ ກັບ ອາຊຽນ ເວົ້າລວມ ແລະ ບັນດາສະມາຊິກ ອາຊຽນ ເວົ້າສະເພາະ
ປັບປຸງການພົວພັນຄູ່ຮ່ວມມື ອາຊຽນ - ນອກແວ - ảnh 1 ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ

ນີ້ແມ່ນສານຂອງເອກອັກຄະລັດຖະທູດ ນອກແວ ປະຈຳ ອາຊຽນ ທ່ານ Morten Hoglund ເມື່ອຍື່ນສານຕາຕັ້ງຕໍ່ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ທີ່ສຳນັງານຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ Jakarta ປະເທດ ອິນໂດເນເຊຍ ໃນວັນທີ 21 ກໍລະກົດ. ທ່ານ Morten Hoglund ຕີລາຄາ ອາຊຽນ ສວມບົດບາດສຳຄັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ກໍ່ຄືຊຸກຍູ້ການພັດທະນາເສດຖະກິດຢູ່ ພາກພື້ນ. ສ່ວນທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ຢືນຢັນວ່າ ນອກແວ ແມ່ນຄູ່ຮ່ວມເຈລະຈາຕາມຂົງເຂດທຳອິດຂອງ ອາຊຽນ ບົ່ງຕົວເອກອັກຄະລັດຖະທູດຢູ່ ອາຊຽນ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ນອກແວ ໃນການເພີ່ມທະວີການເຂົ້າຮ່ວມ ແລະ ຮ່ວມມືກັບ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ