ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ

(VOVWORLD) - ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຖືວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຂົ້າໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຊຸກຍູ້ການພົວພັນດ້ານປ້ອງກັນຊາດເວົ້າລວມ ແລະ ການຮ່ວມມືລະຫວ່າງສອງກົມໃຫຍ່ການເມືອງຂອງກອງທັບປະຊາຊົນສອງປະເທດເວົ້າສະເພາະ. 

ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ - ảnh 1ທ່ານ ພົນໂທ ເລືອງເກືອງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ (ພາບ: kpl.gov.la)

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນໂທ ເລືອງເກືອງ, ເລຂາສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ນໍາໜ້າ ໄປຢ້ຽມຢາມ ລາວ ຢ່າງເປັນທາງການ. ຕອນບ່າຍວັນທີ 18 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ພົນໂທ ເລືອງເກືອງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ.

        ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຖືວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຂົ້າໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຊຸກຍູ້ການພົວພັນດ້ານປ້ອງກັນຊາດເວົ້າລວມ ແລະ ການຮ່ວມມືລະຫວ່າງສອງກົມໃຫຍ່ການເມືອງຂອງກອງທັບປະຊາຊົນສອງປະເທດເວົ້າສະເພາະ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢັ້ງຢືນວ່າ  ຈະສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.

        ສ່ວນ ທ່ານພົນໂທ ເລືອງເກືອງ ກໍໄດ້ສົ່ງຄໍາຢື້ຢາມຖາມຂ່່າວຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຖິງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ທ່ານພົນໂທ ເລືອງເກືອງ ຢ້ັງຢືນວ່າ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ຮ່ວມມືກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່່າເກົ່າ.

        ກ່ອນໜ້ານັ້ນ, ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍະລາດ ກໍໄດ້ໃຫ້ການຕ້ອນຮັບທ່ານ ພົນໂທ ເລືອງເກືອງ. ທ່ານພົນໂທເລືອງເກືອງ ກໍໄດ້ມີການເຈລະຈາ ກັບທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ກົມການເມືອງ ກອງທັບປະຊາຊົນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ