ປັບປຸງການສະໜອງການບໍລິການຂອງລັດຢູ່ຫວຽດນາມ

ປັບປຸງການສະໜອງການບໍລິການຂອງລັດຢູ່ຫວຽດນາມ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ສຳ​ຫລວດ​ລະດັບ​ເພິ່ງ​ພໍ​ໃຈ​ຂອງ​ອົງການ, ພົນລະ​ເມືອງ ​
ເພື່ອ​​ແນໃສ່​ປັບປຸງ​ການ​ສະໜອງ​ການ​ບໍລິການ​ຂອງ​ລັດ​ຢູ່ ຫວຽດນາມ
(ພາບ: nhandan.com.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 27/8, ຢູ່​ນະຄອນ ດ່າ​ໜັງ, ທະນາຄານ​ໂລກ​ປະຈຳ ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ສຳ​ຫລວດ​ລະດັບ​ເພິ່ງ​ພໍ​ໃຈ​ຂອງ​ອົງການ, ພົນລະ​ເມືອງ ​ເພື່ອ​​ແນໃສ່​ປັບປຸງ​ການ​ສະໜອງ​ການ​ບໍລິການ​ຂອງ​ລັດ​ຢູ່ ຫວຽດນາມ ​ໂດຍ​ທະນາຄານ​ໂລກ​ໜູນ​ຊ່ວຍ​ປະຕິບັດ​ຢູ່ 4 ​ແຂວງ​ລວມມີ: ບິ່ງ​ດິ້ງ, ​ແທງ​ຮ໋ວາ, ຟູ໋ທໍ້ ​ແລະ ຫວີງ​ຟຸກ ​ໃນ 2 ປີ 2014 ​ແລະ 2015. ບັນດາ​ຜູ້​ແທນ​ຖື​ວ່າ: ​ເລື່ອງຈັດ​ຕັ້ງການ​ສຳ​ຫລວດ​ລະດັບ​ເພິ່ງ​ພໍ​ໃຈ​ຂອງ​ອົງການ, ພົນລະ​ເມືອງ​ກ່ຽວ​ກັບ​ການ​ສະໜອງ​ການ​ບໍລິການ​ຂອງ​ລັດ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ສະໜອງ​ແຫຼ່ງຂໍ້​ມູນ​ຂ່າວ​ໃໝ່ ຊ່ວຍ​​ໃຫ້ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຍົກ​ອອກ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບການ​ສະໜອງ​ການ​ບໍລິການ​ຂອງລັ​ດ. ພ້ອມ​ທັງ, ສ້າງ​ພື້ນຖານ​ເພື່ອ​ປະຕິບັດ​ບັນດາ​ການ​ຄົ້ນຄວ້າຄ້າຍຄື​ກັນ​ໃນ​ອະນາຄົດ. ບັນດາ​ການ​ສຳ​ຫລວດ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ດຳ​ເນີນ​ຢູ່​ຂົງ​ເຂດຕ່າງໆຄື: ການ​ອອກ​ໜັງສື​ຢັ້ງຢືນ​ສິດ​ນຳ​ໃຊ້​ທີ່​ດິນ ​ແລະ ສິດ​​ໂອນ​ທີ່​ດິນ, ການ​ອອກ​ໜັງສື​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ, ກໍ່ສ້າງ, ບັນດາ​ການ​ບໍລິການ​ການ​ແພດ.

ຂ່າວ/ບົດ​ອື່ນ