ປັບປຸງປະມວນກົດໝາຍແພ່ງຮັບປະກັນບັນດາສິດພື້ນຖານຂອງປະຊາຊົນ

ປັບປຸງປະມວນກົດໝາຍແພ່ງຮັບປະກັນບັນດາສິດພື້ນຖານຂອງປະຊາຊົນ - ảnh 1
ພາບ​ປະ​ກອບ

(vovworld) – ​​​​ຕອ​ນ​ເຊົ້າ​ວັນ​ທີ 28/1, ຖານ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ນິກ​​ຂອງລັດ​ຖະ​ບານ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ດ້ວຍ​ຫົວ​ຂໍ້​ວ່າ: “ປັບ​ປຸງ​ປະ​ມວນ​ກົດ​ໝາຍ​ແພ່ງ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ”. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ, ເຮັດ​​ແຈ້ງ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ, ກຳ​ນົດ​ທິດ, ຫຼັກ​ການ​ປັບ​ປຸງ​ປະ​ມວນ​ກົດ​ໝາຍ​ແພ່ງ, ບັນ​ດາ​ຈຸດໃໝ່​ທີ່​ເປັນ​ພື້ນ​ຖານ​ຂອງ​ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ) ​ເຊິ່ງຫາກໍ່​ໄດ້​ນຳ​ມາ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ກົນ​ໄກກຳ​ນົດ​ສິດ​ທິ​ມະ​ນຸດ, ສິດ​ຂອງ​ພົນ​ລະ​ເມືອງ​ທີ່​ໄດ້​ຫັນ​ເປັນ​ລະ​ອຽດ​ໃນ​ຮ່າງ​ປະ​ມວນ​ກົດ​ໝາຍ. ຕາມ​ທ່ານ ເຢືອງ​ດັງ​ເຫ້ວ, ຫົວ​ໜ້າ​ກົມ​ກົດ​ໝາຍ​ແພ່ງ - ເສດ​ຖະ​ກິດ, ກະ​ຊວງ​ຍຸ​ຕິ​ທຳ ແລ້ວ, ເມື່ອ​ທຽບ​ໃສ່​ປະ​ມວນ​ກົດ​ໝາຍ​ແພ່ງ​​ທີ່​ພວມ​ປະ​ກາດ​ໃຊ້,  ​ຈຸດ​ທີ່​ເປັນ​ໜ້າ​ສົນ​ໃຈ​ຂອງຮ່າງ​ປະ​ມວນ​ ​ກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ) ບໍ່​ພຽງ​ແຕ່​ຍົກ​ອອກບັນ​ດາ​ຮູບ​ແບບ​ກຳ​ມະ​ສິດ​ເທົ່າ​ນັ້ນ ຫາກ​ຍັງ​ຢັ້ງ​ຢືນ​ສິດ​ຂອງ​ເຈົ້າ​ຂອງກຳ​ມະ​ສິດ​​ທັງ​ໝົດລ້ວນ​ແຕ່​ໄດ​້​ຮັບ​ການ​ປ້ອງ​ກັນ​ຄື​ກັນ. ທ່ານ ​ເຢືອງ​ດັງ​ເຫ້ວ, ໄຈ້​ແຍກວ່າ:

        “ປະ​ມວນ​ກົດ​ໝາຍ​ແພ່ງ​ຕ້ອງ​ຖະ​ແຫຼງ​ໃຫ້​ທົ່ວ​ປວງ​ຊົນ​ຮູ້​ວ່າ: ຫວຽດ​ນາມ ມີ​ບັນ​ດາ​ຮູບ​​ການກຳ​ມະ​ສິດ​ຫຍັງ ແລະ ພິ​ເສດບໍ່​ພຽງ​ແຕ່​ຫັນ​ບັນ​ດາ​ຮູບ​​ການກຳ​ມະ​ສິດ​ເປັນ​ລະ​ອຽດ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເວົ້າ​ລະ​ອຽດ. ໃນ​ລັດ​ຖະ​ທຳ​ມະ​ນູນ, ບໍ່​ສາ​ມາດ​ເວົ້າ​ວ່າ​ບັນ​ດາ​ເຈົ້າ​ຂອງ​ກຳ​ມະ​ສິດ​ລ້ວນ​ແຕ່​ໄດ້​ຮັບ​ການ​ປ​້ອງ​ກັນ​ຄື​ກັນ ແຕ່​ໃນ​ປະ​ມວນ​ກົດ​ໝາຍ​ແພ່ງ​ຕ້ອງ​ລົງ​ເລິກ​ກ່​ວາ. ນັ້ນ​ແມ່ນ​ພວກ​ເຮົາ​ຮັບ​ເອົາ​ບົດ​ຮຽນ​ຂອງ​ບັນ​ດາ​ປະ​ເທດ​ກ້າວ​ໜ້າ. ປະ​ມວນ​ກົດ​ໝາຍ​ແພ່ງ​ຕ້ອງ​ຫັນ​​ລັດ​ຖະ​ທຳ​ມະ​ນູນເປັນ​ລະ​ອຽດ ແລະ ສ້າງ​ກົນ​ໄກ​ເພື່ອ​ປະ​ຕິ​ບັດ​ສິດ​ໂດຍ​ລັດ​ຖະ​ທຳ​ມະ​ນູນ​ກຳ​ນົດ.”

 

 

 


ຂ່າວ/ບົດ​ອື່ນ