ປັບປຸງ,ພັດທະນາການພົວພັນມິດຕະພາບຫວຽດນາມ-ບຸນກາຣີ

ປັບປຸງ,ພັດທະນາການພົວພັນມິດຕະພາບຫວຽດນາມ-ບຸນກາຣີ - ảnh 1
ການເຊັນສັນຍາລະຫວ່າງ 2 ອົງການ
(ພາບ: dangcongsan)

(vovworld) – ວັນ​ທີ 24/5, ຢູ່​ຮ່າ​ໂນ້ຍ, ສະຖານທູດ ບຸນ​ກາຣີ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ (ຂຶ້ນ​ກັບ​ສະຫະ​ພັນ​ບັນດາ​ອົງການ​ມິດ​ຕະພາບ ຫວຽດນາມ) ​ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ວັດທະນະທຳ, ການ​ສຶກສາ ບຸນ​ກາຣີ ​ແລະ ຕົວ​ໜັງສື Slavo ຂອງ ບຸນ​ກາຣີ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ຫງວຽນ​ວັນ​ຕ໋ວນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​​ຊາວ ຫວຽດນາມ ​ທີ່ເຄີຍ​ຮຳ່ຮຽນ, ປະຕິບັດ​ງານ​ຢູ່ ບຸນ​ກາ​ຣີ ​ໄດ້ພົບ​ປະກັນ, ພ້ອມ​ກັນ​ແລກປ່ຽນ, ທົບ​ທວນຄືນ​ບັນດາ​ອະນຸສອນ​ກ່ຽວ​ກັບ​ບັນດາ​ເພື່ອນ​ມິດ, ຄູ​ອາຈານ​ທີ່​ເຄີຍ​ຊ່ວຍ​ເຫຼືອ ​ແລະ ​ເອົາ​ໃຈ​ໃສ່​​ແນະນຳ​ຄວາມ​ຮູ້ ​ແລະ ບົດຮຽນ​ປະກອບສ່ວນ​ຮັບ​ໃຊ້​ໃຫ້​ແກ່​ປະ​ເທດ ຫວຽດນາມ. ການ​ເຄື່ອນ​ໄຫວ​ນີ້​ກໍ່​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ບຸນ​ກາຣີ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ຫງວຽນ​ວັນ​ຕວນ ​ແລະ ປະທານ​ສະມາຄົມ​ມິດຕະພາບ ບຸນ​ກາຣີ - ຫວຽດນາມ Simeon Dimchev ​ໄດ້​ເຊັນ​ຂໍ​້ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ​ແລະ ສະມາຄົມ​ມິດຕະພາບ ບຸນ​ກາຣີ - ຫວຽດນາມ ​ໃນ​ໄລຍະ 2016 – 2021. ຂໍ້​ຕົກລົງ​ນີ້ຈະ​ປະກອບສ່ວນ​ສືບ​ຕໍ່​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ບຸນ​ກາຣີ.


ຂ່າວ/ບົດ​ອື່ນ