ປັບປຸງພື້ນຖານນິຕິກຳໃຫ້ບັນດາການເຄື່ອນໄຫວໃນສັງກະລາດດີຈີຕອນ

ປັບປຸງພື້ນຖານນິຕິກຳໃຫ້ບັນດາການເຄື່ອນໄຫວໃນສັງກະລາດດີຈີຕອນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 01/04, ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ, ​ໃນ​ຂອບ​ເຂດ​ກອງ​ປະຊຸ​ມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກ​ົນ ຄັ້ງ​ທີ 132 (IPU 132), ຄະນະ​ປະຈຳ​ກ່ຽວ​ກັບ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ໄດ້​ດຳ​ເນີນ​ການ​ປຶກສາ​ຫົວເລື່ອງ​ສະ​ເພາະ ກ່ຽວ​ກັບ​ມະຕິ​ຕໍ່​ໄປ​“ປະຊາທິປະ​ໄຕ​ໃນ​ສັງ​ກະລາດ​ດີ​ຈີ​ຕອນ ​ແລະ ​ໄພ​ນາບ​ຂູ່​ເຖິງ​ສິດ​ສ່ວນ​ຕົວ ​ແລະ ບັນດາ​ສິດ​ເສລີ​ສ່ວນ​ຕົວ​​ໂດຍພື້ນຖານ”. ຄາ​ດວ່າ, ມະຕິ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ພິຈາລະນາ, ຮັບຮອງ​ເອົນ​ທີ່​ກອງ​ປະຊຸມ​ໃຫຍ່ IPU 133 (​ເຊິ່ງຖືກ​ຈັດ​ຂັ້ນ​ໃນ​ເດືອ​ນ 10/2015). ​ວາລະ​ປຶກສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ​ດັ່ງກ່າວ ຈະ​ຊ່ວຍ​ໃຫ້ສະມາຊິກຄະນະ​ກຳມະການ​ມີ​ໂອກາດ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນດາບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຫົວ​ເລື່ອງ​ດັ່ງກ່າວ ​ແລະ ​ແບ່ງປັນ​ວິ​ໄສ​ທັດ​ຂອງ​ບັນດາ​ປະ​ເທດ​ທີ່​ມີ​ບົດຮຽນ; ສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ຜູ້​ລາຍ​ງານ​ບັນດາຂໍ້​ມູນ​​ເບື້ອງ​ຕົ້ນ​ກ່ຽວ​ກັບ​ທັດສະນະ​ຂອງ​ບັນດາ​ສະມາຊິກ​ກ່ຽວກັບ​ບັນຫາທີ່​ກ່ຽວຂ້ອງ. ​ໃນ​ວາລະ​ປຶກສາ​ຫາລື​ນີ້, ຄະນະ​ຜູ​້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ຫົວໜ້າ​ກຳມາທິການ​ກົດໝາຍ ​ເລ​ມິ​ງທົງ, ສະມາຊິກ​ອານຸກຳມະການເນື້ອ​ໃນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖື​ວ່າ, ​ແຕ່ລະ​ປະ​ເທດ​ຕ້ອງ​ປັບປຸງ​ພື້ນຖານ​ນິຕິ​ກຳ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສື່ສານ​ໃນສັງ​ກະລາດ​ດີ​ຈີ​ຕອນ​ເພື່ອ​ແນ​ໃສ່​ຊຸກ​ຍູ້ບັນດາ​ຄຸນ​ຄ່າ​ຕົວ​ຈິງ​ຂອງ​ປະຊາທິປະ​ໄຕ​ໃຫ້​ແທດ​ເໝາະ​ກັບ​ຈຸດ​ພິ​ເສດສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ຊາດ. ຫວຽດນາມ ກໍ່​ຖື​ວ່າ, ບັນດາ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ເພື່ອ​ສາມາດ​ອັບ​ເດັດ​ຂໍ້​ມູນ​ຂ່າວ​ຢ່າງ​ຊັດ​ເຈນ ​ແລະ ​ໄວ​ທີ່​ສຸດ, ປະຕິບັດ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ລະຫວ່າງ​ບັນດາ​ປະ​ເທດ ​ເພື່ອ​ສາມາດ​ນຳ​ໃຊ້​ພາຫະ​ນະ​ສື​່ສານ​ຢ່າງ​ຖືກຕ້ອງ​ເຂົ້າ​ໃນ​ຈຸດປະສົງ​ຊຸກຍູ້​ປະຊາທິປະ​ໄຕ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຂອງ​ຊາດ ​ແລະ ປະຊາ​ຄົມ​ສາກົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດຮັບປະກັນຄວາມສະຫງົບ​​ປອດ​ໄພ​ທາງ​ດ້ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ.
ຂ່າວ/ບົດ​ອື່ນ