ປັບປຸງລະບົບກົດໝາຍແຮງງານເພື່ອເຊື່ອມໂຍງເຂົ້າກັບສາກົນແລະປະຕິບັດຄຳໝັ້ນສັນຍາTPP

ປັບປຸງລະບົບກົດໝາຍແຮງງານເພື່ອເຊື່ອມໂຍງເຂົ້າກັບສາກົນແລະປະຕິບັດຄຳໝັ້ນສັນຍາTPP - ảnh 1
ກອງປະຊຸມສຳມະນາໃນວັນທີ 21/6

(vovworld) – ປັບປຸງລະບົບ​ກົດໝາຍ​ແຮງ​ງານ​​ເພື່ອ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ແລະ​ປະຕິບັດ​ຄຳ​ໝັ້ນ​ສັນຍາTPP - ນີ້​ແມ່ນ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດ​ຍກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ, ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ເປັນ​ປະທານ, ສົມທົບ​ກັບ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສະມາ​ພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ແລະ ອົງການ​ແຮງ​ງານສາກົນ​ຈັດ​ຕັ້ງ​ຢູ່​ນະຄອນ ດ່າ​ນັ້ງ, ​ໃນ​ວັນ​ທີ 21/6. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ຖື​ວ່າ: ​ເພື່ອ​ຜັນ​ຂະຫຍາຍການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ແຮງ​ງານ ​ແລະ ກຳມະບານ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ຫວຽດນາມ ຕ້ອງ​ປັບປຸງ​ບັນດາ​ມາ​ດຖານ​ແຮງ​ງານ, ການ​ພົວພັນ​ແຮງ​ງານ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ດ້ວຍ​ຈຸດ​ປະສົງ, ຄວາມ​ຮຽກຮ້ອງ​ຕ້ອງການ. ນອກ​ຈາກນັ້ນ, ຫວຽດນາມ ຕ້ອງ​ກວດກາ, ຕີ​ລາຄາ​ລັກສະນະ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ ​ແລະ ລະ​ດັບ​ເໝາະ​ສົມ​ຂອງ​ສັນຍາ TPP ສຳລັບ​ລະບົບ​ກົດໝາຍຂອງ ຫວຽດນາມ ກ່ຽວ​ກັບ​ບັນດາ​ມາດຖານ​ແຮງງານ, ການ​ພົວພັນ​ແຮງ​ງານ, ຕີ​ລາຄາ​ຜົນ​ກະທົບ​ຂອງ​ສັນຍາ TPP ສຳລັບ​ບັນດາ​ຂະ​ແໜງ, ຂົງ​ເຂດ, ບັນດາ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ກາລະ​ໂອກາດ ​ແລະ ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມ​ສັນຍາ TPP, ຈັດ​ຕັ້ງ​ການ​ທາ​ບທາມ​ຄວາມ​ເຫັນ​ຢ່າງ​ກ້ວາງ​ຂວາງ​ໃນ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ບັນດາ​ເປົ້າ​ໝາຍ​ຖືກ​ຜົນ​ກະທົບ​​ໂດຍ​ກົງ​ຈາກ​ສັນຍາ.

 


ຂ່າວ/ບົດ​ອື່ນ