ປຶ້ມບູຮານ “ຮວ່າງຮວາຊື໋ຈິ່ງໂດ” ຂອງຫວຽດນາມ ໄດ້ຮັບການຮັບຮອງເປັນມໍລະດົກເອກະສານຈາກ UNESCO

(VOVWORLD) - “ຮວ່າງຮວາຊື໋ຈິ່ງໂດ” ແມ່ນປຶ້ມທີ່ພັນລະນາເຖິງບັນດາການເຄື່ອນໄຫວທາງການທູດຂອງຫວຽດນາມ ແລະ ຈີນ ໃນສະຕະວັດທີ 18

ປຶ້ມບູຮານ “ຮວ່າງຮວາຊື໋ຈິ່ງໂດ” ຂອງຫວຽດນາມ ໄດ້ຮັບການຮັບຮອງເປັນມໍລະດົກເອກະສານຈາກ UNESCO  - ảnh 1 ສຳເນົາເອກະສານ “ຮວ່າງຮວາຊື໋ຈິ່ງໂດ” ປ້ອງກັນສຳເລັດທີ່ວາລະປະຊຸມ

(ພາບ: Chu Thu Phuong)

ວັນທີ 30 ພຶດສະພາ, ໃນຂອບເຂດກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະກຳມະການຄວາມຊົງຈຳໂລກ ພາກພື້ນອາຊີ - ປາຊີຟິກ (MOWCAP) ຂຶ້ນກັບອົງການ UNESCO, ເຊິ່ງຈັດຕັ້ງຢູ່ນະຄອນ Gwangju, ສ.ເກົາຫຼີ (ແຕ່ວັນທີ 29 – 31 ພຶດສະພາ), ສຳເນົາເອກະສານ “ຮວ່າງຮວາຊື໋ຈິ່ງໂດ” ຂອງວົງຕະກຸນ ຫງວຽນຮຸຍ ຢູ່ແຂວງຮ່າຕິງ, ຫວຽດນາມ, ບັນລຸໄດ້ 17/17 ບັດ, ຕອບສະໜອງໄດ້ບັນດາເງື່ອນໄຂຄົບຖ້ວນ ເພື່ອໄດ້ຮັບການຮັບຮອງວ່າ ແມ່ນມໍລະດົກເອກະສານ ຂຶ້ນກັບໂຄງການຄວາມຊົງຈຳໂລກ ພາກພື້ນອາຊີ - ປາຊີຟິກ.

         “ຮວ່າງຮວາຊື໋ຈິ່ງໂດ” ແມ່ນປຶ້ມທີ່ພັນລະນາເຖິງບັນດາການເຄື່ອນໄຫວທາງການທູດຂອງຫວຽດນາມ ແລະ ຈີນ ໃນສະຕະວັດທີ 18, ລາຍລະອຽດແມ່ນ ການໄປເຄື່ອນໄຫວພາລະກິດທາງການທູດຂອງຫວຽດນາມຢູ່ຈີນ, ໄດ້ສະແດງໃຫ້ເຫັນການພົວພັນແລກປ່ຽນລະຫວ່າງບັນດາປະເທດຢູ່ ພາກພື້ນອາຊີ - ປາຊີຟິກ. ປຶ້ມເຫຼັ້ມນີ້ ດ້ວຍເນື້ອໃນຕົ້ນຕໍແມ່ນ ແຜນທີ່ຈົດແຕ້ມດ້ວຍຫຼາຍຮູບພາບ, ຂໍ້ມູນອຸດົມສົມບູນ, ມີຄຸນຄ່າ ແລະຫາຍາກ ກ່ຽວກັບວິວັດການໄປປະຕິບັດງານທາງການທູດຂອງປະເທດດ້າຍຫວຽດ ໃນສະຕະວັດທີ 18 ໂດຍທ່ານ ຫງວຽນຮຸຍແອວງ ( 1713 – 1789) ຮຽບຮຽງ, ກວດແກ້ ແລະ ຂຽນຄຳອະທິບາຍ ໃນຊຸມປີ 1765 – 1768  ຈາກບັນດາເອກະສານ ຂອງນັກການທູດລຸ້ນກ່ອນ, ພ້ອມທັງເພີ່ມເຕີມບັນດາລາຍລະອຽດທີ່ກ່ຽວຂ້ອງເຖິງການໄປປະຕິບັດງານໃນປີ 1766 – 1767 ໂດຍທ່ານເປັນຫົວໜ້າເອກອັກຄະລັດຖະທູດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ