ປ້ອງກັນ,ສະກັດກັ້ນວິກິດການ-ສານຂອງເລຂາທິການໃຫຍ່ ສປຊ ຄົນໃໝ່ ຕໍ່ສະພາຄວາມໝັ້ນຄົງ

ປ້ອງກັນ,ສະກັດກັ້ນວິກິດການ-ສານຂອງເລຂາທິການໃຫຍ່ ສປຊ ຄົນໃໝ່ ຕໍ່ສະພາຄວາມໝັ້ນຄົງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຄົນ​ໃໝ່ Antonio Guterres (​ຜູ້​ທີ​ສອງ, ເບື້ອງຂວາ, ແຖວ​ໜ້າ) 
 (ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ/TTXVN) 

(vovworld) - ວັນ​ທີ 10/1, ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຄົນ​ໃໝ່​ມີ​ບົດ​ກ່າວ​ປາ​ໄສ​ທາງ​ການ​ຄັ້ງທຳ​ອິດ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ໃນ​ນັ້ນ, ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ​ຕ້ອງ​ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ​ຈຶ່ງ​ສາ​ມາດ​ສ້າງ​ ແລະ ຮັກ​ສາ​ສັນ​ຕິ​ພາບ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ສະ​ກັດ​ກັ້ນ, ແກ້​ໄຂ​ກາ​ນ​ປະ​ທະ​ກັນ​ເຖິງຕະຫຼອດ​ຮອ​ດ​ການ​ຮັກ​ສາ​ສັນ​ຕິ​ພາບ, ສ້າງ​​ສັນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

        ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານກໍ່​ແຈ້ງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ຮັບ​ຊາບກ່ຽວ​ກັບ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ການ​ປະ​ຕິ​ຮູບ​ຄະ​ນະ​ເລ​ຂາ ສ​ປ​ຊ, ພິ​ເສດ​ແມ່ນ​ຂອ​ດ​ອອກ​ລັດ​ຖະ​ນະ​ໂຍ​ບາຍ ກໍ່​ຄື​ວິ​ວັດ​ການ​ເພີ່ມ​ທະ​ວີ​ການ​ສົ​ມ​ທົບ​​ກັ​ນລະ​ຫວ່າງ​ບັນ​ດາ​ເສົາ​ຄ້ຳຂອງ ສ​ປ​ຊ - ສັນ​ຕິ​ພາບ ແລະ ຄວາມ​​ໝັ້ນ​ຄົງ, ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ. ທ່ານກໍ່​ກະ​ຕຸກ​ຊຸກ​ຍູ້ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໝູນ​ໃຊ້​ບັນ​ດາ​ຂໍ້​ມາດ​ຕາ​ທີ່​ໄດ້​​ກຳ​ນົດໃນ​​ພາກ​ທີ 6 ຂອງ​ກົດ​ບັດ ສ​ປ​ຊ ເພື່ອ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ດ້ວ​ຍ​ມາດ​ຕະ​ການ​ສັນ​ຕິ​ພາບ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ