ປະກອບສ່ວນຊຸກຍູ້ຄວາມຕ້ອງການພັດທະນາຂອງແມ່ຍິງແລະເພດຊາຍບັນດາຊົນເຜົ່າສ່ວນຫນ້ອຍ

(VOVWORLD) -ຕອນເຊົ້າວັນທີ 21 ພະຈິກ ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາແຈ້ງຂໍ້ມູນກ່ຽວກັບແມ່ຍິງ ແລະ ເພດຊາຍ ບັນດາຊົນເຜົ່າຫວຽດນາມ ຈາກການສຳຫລວດແຫ່ງຊາດໃນປີ 2015 ກ່ຽວກັບສະພາບການເສດຖະກິດ ສັງຄົມ ຂອງ 53 ຊົນເຜົ່າສ່ວນຫນ້ອຍຢູ່ຫວຽດນາມ. 


 ທີ່ກອງປະຊຸມສຳມະນາ, ທ່ານນາງ Elisa Fernandez, ຫົວຫນ້າຫ້ອງການຜູ້ຕາງຫນ້າອົງການ ສປຊ ກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ ຊາຍ ແລະ ມອບສິດໃຫ້ແມ່ຍິງ ຢູ່ຫວຽດນາມ ຖືວ່າ: ບັນດາຄວາມຕ້ອງການຂອງເພດຍິງ ແລະເພດຊາຍ ຕ້ອງໄດ້ຮັບຖືວ່າແມ່ນສ່ວນຫນຶ່ງສຳຄັນຂອງນະໂຍບາຍຊົນເຜົ່າ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ບັນດາອົງການຂອງລັດຖະບານ ລວມມີ: ຄະນະກຳມະການຊົນເຜົ່າ ຄວນເພີ່ມທະວີບັນດາແຫລ່ງກຳລັງ, ຜ່ານເປົ້າໝາຍລະອຽດ ມີຄວາມຮັບຜິດຊອບ, ວາງອອກບັນດາມາດຕະການ ແລະ ການເຄື່ອນໄຫວມີຫົວຄິດປະດິດສ້າງ, ສ້າງລະບົບຂໍູ້ມນໄຈ້ແຍກທາງເພດຕາມໝວດອາຍຸ ແລະ ຊົນເຜົ່າ ເພື່ອແນໃສ່ກຳນົດຄວາມຕ້ອງການ, ສະພາບການເສດຖະກິດສັງຄົມຂອງແມ່ຍິງ ແລະ ເພດຊາຍຢູ່ຊົນເຜົ່າສ່ວນຫນ້ອຍຢ່າງມີປະສິດທິຜົນກວ່າ. ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ຢູ່ຫວຽດນາມ ກວມເອົາ 3/4 ເນື້ອທີ່ຂອງທົ່ວປະເທດ, ມີທີ່ຕັ້ງຍຸດທະສາດສຳຄັນພິເສດກ່ຽວກັບເສດຖະກິດ ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ແມ່ນບໍລິເວນພັກອາໄສເປັນຕົ້ນຂອງ 53 ຊົນເຜົ່າສ່ວນຫນ້ອຍ ດ້ວຍ ກວ່າ 13 ລ້ານຄົນ, ກວມເອົາ 14,5% ພົນລະເມືອງໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ