ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງວິສາຫະກິດຫວຽດນາມ ໃນພາກພື້ນ ແລະ ສາກົນ

(VOVWORLD) -  ວັນທີ 7 ມິຖຸນາ, ຢູ່ຮ່າໂນ້ຍ, ອົງຄະນະພັກກຸ່ມວິສາຫະກິດສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 10 ປີ ແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”. 
ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງວິສາຫະກິດຫວຽດນາມ ໃນພາກພື້ນ ແລະ ສາກົນ - ảnh 1 ກອງປະຊຸມສະຫຼຸບ 10 ປີ ແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” (ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ປະທານຄະນະກໍາມະການສູງການແນວໂຮມປະເທດຊາດຫວຽດນາມ, ຫົວໜ້າຄະນະຊີ້ນໍາສູນກາງພັກ ບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ຖືວ່າ:

        “ຂ້າພະເຈົ້າຕີລາຄາສູງ ເລຂາພັກ, ການນໍາວິສາຫະກິດ, ກົມກອງ ແລະ ຖັນແຖວພະນັກງານສະມາຊິກພັກ ໃນກຸ່ມວິສາຫະກິດສູນກາງ ຍົກສູງຈິດໃຈເປັນແບບຢ່າງ, ນໍາໜ້າ, ເປັນເຈົ້າການສົມທົບກັບບັນດາກະຊວງ, ຂະແໜງການ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນວິວັດການປະຕິບັດ, ຮ່ວມທຸລະກິດ, ຮ່ວມສໍາພັນນໍາກັນໃນການຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ ປະກອບສ່ວນນໍາສິນຄ້າຫວຽດນາມ ມີຈຸດຢືນທີ່ໝັ້ນຄົງໃນບັນດາຮາກຖານແຈກຢາຍ, ບໍ່ພຽງແຕ່ວິສາຫະກິດຢູ່ພາຍໃນປະເທດເທົ່ານັ້ນ ຫາກນັບທັງວິສາຫະກິດມີການລົງທຶນຈາກຕ່າງປະເທດອີກດ້ວຍ. ສິນຄ້າຫວຽດນາມ ມີໜ້າຢູ່ຫຼາຍປະເທດໃນໂລກ, ນັບທັງຕະຫຼາດມີຄວາມຮຽກຮ້ອງຕ້ອງການສູງ ກ່ຽວກັບຄຸນນະພາບ, ນີ້ແມ່ນຄວາມມານະພະຍາຍາມຂອງບັນດາວິສາຫະກິດໃນກຸ່ມ ເປັນການຢັ້ງຢືນເຖິງບົດບາດ, ທີ່ຕັ້ງສໍາຄັນ, ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດຂອງການນໍາພາຂອງອົງການຈັດຕັ້ງພັກຂັ້ນຕ່າງໆໃນອົງຄະນະພັກກຸ່ມ”.

        ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່່າ ພັກ, ລັດ ໄດ້ ແລະພວມມີບັນດາລັດຖະນະໂຍບາຍ ຢ່າງຂ້ຽວຂາດ ແນໃສ່ສ້າງສະພາບແວດລ້ອມທີ່ສະດວກ ເພື່ອໃຫ້ວິສາຫະກິດພັດທະນາການຜະລິດ, ດໍາເນີນທຸລະກິດ. ລັດຖະບານໄດ້ປະກາດໃຊ້ນະໂຍບາຍຫຼາຍສະບັບໃນການໜູນຊ່ວຍວິສາຫະກິດ, ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ຍົກສູງກໍາລັງຄວາມສາມາດແກ່ງແຍ້ງແຫ່ງຊາດ, ຍູ້ແຮງການປະຕິບັດລັດຖະບານເອເລັກໂຕນິກ. 

ຕອບກັບ

ຂ່າວ/ບົດ​ອື່ນ