ປະກອບສ່ວນສຳຄັນເຂົ້າໃນການຮ່ວມມືຫຼາຍຝ່າຍ, ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ

(VOVWORLD) -ວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມຍີ່ປຸ່ນ ແຕ່ວັນທີ 8-10 ຕຸລາ ປະສົບຜົນສຳເລັດຢ່າງຈົບງາມ. 

ປະກອບສ່ວນສຳຄັນເຂົ້າໃນການຮ່ວມມືຫຼາຍຝ່າຍ, ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາ ກັບ ທ່ານປະທານາທິບໍດີ Shinzo Abe

(ພາບ:Quang Hieu/VGP)

ທ່ານນາຍົກລັດຖະມົນຕີ ໄດ້ມີ 30 ການເຄື່ອນໄຫວ, ລວມທັງການຮ່ວມມືຫຼາຍຝ່າຍ ແລະ  ສອງຝ່າຍ ໃນນັ້ນພົ້ນເດັ່ນແມ່ນ ບັນດາ ການເຂົ້າຮ່ວມ ກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ; ການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ຍີ່ປຸ່ນ. ທີ່ກອງປະຊຸມ, ບັນດາການນຳ 5 ປະເທດ ແມ່ນ້ຳຂອງ ແລະ ຍີ່ປຸ່ນ ໄດ້ຕົກລົງຍົກລະດັບການຮ່ວມມືລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ; ຮັບຮອງເອົາຍຸດທະສາດ ໂຕກຽວ 2018 ໃຫ້ແກ່ການຮ່ວມມື ໄລຍະ 2019-2021. ທ່ານຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ ໃຫ້ຮູ້ວ່າ ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ສະແດງໃຫ້ເຫັນວ່າບັນດາປະເທດມີທັດສະນະເຊັ່ນດຽວກັນໃນການຊຸກຍູ້ການເຊື່ອມຕໍ່ຍຸດທະສາດພັດທະນາເສດຖະກິດ ສັງຄົມ ຮອບດ້ານລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດແມ່ນ້ຳຂອງ, ໃນນັ້ນມີຫວຽດນາມ.

ກ່ຽວກັບການພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ຍີ່ປຸ່ນ, ໃນການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ການນຳສອງທ່ານໄດ້ຢັ້ງຢືນເຖິງການຕັດສິນໃຈຮ່ວມກັນຊຸກຍູ້ ເພື່ອໃຫ້ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟິກ (CPTPP) ມີຜົນສັກສິດ, ໄດ້ປະຕິບັດໂດຍໄວ, ຊຸກຍູ້ບັນດາວິວັດທະນາການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP).

ໃນການຢ້ຽມຢາມຍີ່ປຸ່ນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ມີບັນດາ ການເຄື່ອນໄຫວສົ່ງເສີມການລົງທຶນ, ພົບປະສົນທະນາ ກັບບັນດາວິສາຫະກິດຍີ່ປຸ່ນ ແລະ ແມ່ນ້ຳຂອງ, ຮຽກຮ້ອງບັນດາວິສາຫະກິດລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ