ປະກາດກົດໝາຍ 9 ສະບັບທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ

(VOVWORLD) - ບັນດາກົດໝາຍທີ່ຫາກໍ່ໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ລວມມີ: ກົດໝາຍວ່າດ້ວຍການປົກປັກຮັກສາຄວາມລັບຂອງຊາດ; ກົດໝາຍວ່າດ້ວຍການອະໄພຍະໂທດ...
ປະກາດກົດໝາຍ 9 ສະບັບທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ - ảnh 1 ການຖະແຫຼງຂ່າວໃນວັນທີ 11 ທັນວາ

ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງການປະຊຸມຂ່າວ ປະກາດຄຳສັ່ງຂອງປະທານປະເທດ ກ່ຽວກັບກົດໝາຍ 9 ສະບັບທີ່ສະພາແຫ່ງຊາດຊຸດທີ 14 ຫາກໍ່ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6. ບັນດາກົດໝາຍທີ່ຫາກໍ່ໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ລວມມີ: ກົດໝາຍວ່າດ້ວຍການປົກປັກຮັກສາຄວາມລັບຂອງຊາດ; ກົດໝາຍວ່າດ້ວຍການອະໄພຍະໂທດ; ກົດໝາຍວ່າດ້ວຍການປູກຝັງ; ກົດໝາຍວ່າດ້ວຍການລ້ຽງສັດ; ກົດໝາຍວ່າດ້ວຍຕຳຫຼວດທະເລ ຫວຽດນາມ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງ 37 ກົດໝາຍກ່ຽວຂ້ອງເຖິງການວາງແຜນຜັງ.

        ພິເສດ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018 ມີຜົນສັກສິດແຕ່ວັນທີ 1 ກໍລະກົດ 2019.

ຕອບກັບ

ຂ່າວ/ບົດ​ອື່ນ