ປະກາດການເຊື່ອມຕໍ່ກົນໄກປະຕູດຽວແຫ່ງຊາດ

ປະກາດການເຊື່ອມຕໍ່ກົນໄກປະຕູດຽວແຫ່ງຊາດ - ảnh 1
(ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວູວັນ​ນິງ
ກ່າວ​ຄຳ​ເຫັນ​ທີ່​ພິທີປະກາດ​ການ​ເຊື່ອມ​ຕໍ່ປະຕູ​ດຽວ​ແຫ່ງ​ຊາດ)


(vovworld) – ຕອນ​ເຊົ້າວັນ​ທີ 12/11, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ພາສີ, ກະຊວງ​ການ​ເງິນ ​ໄດ້​ຈັດ​ພິທີປະກາດວຽກ​ງານ​ຜັນຂະຫຍາຍ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ ຢູ່​ທ່າ​ກໍ່າ​ປັ່ນ​​ສາກົນ​ຢ່າງເປັນ​ທາງ​ການ, ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ປະຕິບັດທົດ​ລອງ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວູວັນ​ນິງ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບກົນ​ໄກ​ປະຕູ​ດຽວ​ອາຊຽນ ​ແລະ ກົນ​ໄກ​ປະຕູ​ດຽວ​​ແຫ່ງ​ຊາດ, ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ຜ່ານ​ວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍການ​ປະຕິບັດ, ຕ້ອງ​ສືບ​ຕໍ່​ສ້າງ​ກົດ​ລະບຽບ​ການ​ສົມທົບ, ຈາກ​ນັ້ນ​ສ້າງຖືເປັນ​ພື້ນຖານນິຕິ​ກຳ​ເພື່ອ​ຜັນ​ຂະຫຍາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ເນື້ອ​ໃນ​ສຳຄັນນອນ​ໃນ​ນະ​ໂຍບາຍ​ສັງລວມກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ຫານ​ບໍລິການ​ຂອງ​ລັດຖະບານ.

        “​ໂດຍ​ອີງ​ໃສ່​ໂຄງການ, ​ແຜນການ​ຂອງ​ຄະນະ​ຊີ້​ນຳ, ພວກ​ເຮົາ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ເຊື່ອມ​ຕໍ່. ​ເຮັດ​ແນວ​ໃດ​ເພື່ອ​ຫັນ​ລະບຽບ​ການ​ບໍລິຫານ​​ເປັນງ່າຍດາຍ​, ສ້າງ​​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​​ແກ່ວຽກ​ງານ​ຂາ​ອອກ, ຂາ​ເຂົ້າ ​ແລະ ​ໃຫ້​ສິນຄ້າຜ່ານ​​ຊາຍ​ແດນ, ກ່ອນ​ອື່ນ​ໝົດ​ແມ່ນ​ຢູ່​ທ່າ​ກໍ່າ​ປັ່ນ​ສາກົນ, ຫຼັງ​ຈາກ​ນັ້ນ​ແມ່ນ​ຢູ່​ບັນດາ​ດ່ານ​ຊາຍ​ແດນ​ສາກົນ, ບັນດາ​ກະຊວງ ຕ້ອງ​ຜັນ​ຂະຫຍາຍ​ວຽກ​ງານ​ຂອງ​ຕົນ​ຢ່າງ​ຕັ້ງ​ໜ້າ ​ແລະ ມີ​ການ​ສົມທົບ​ກັນ​​ໃຫ້​ດີທີ່​ສຸດ.”

        ຕາມ​ແຜນການ, ​ແຕ່​ເດືອນ 12/2014, ກົນ​ໄກ​ປະຕູ​ດຽວ​​ແຫ່ງ​ຊາດ ຈະ​ເຊື່ອມ​ຕໍ່​ບັນດາ​ລະບຽບ​ການ​ບໍລິຫານ​ຂອງ​ກະຊວງ​ອຸດສາຫະກຳການ​ຄ້າ; ​ແຕ່​ເດືອນ 06/2015, ​ເຊື່ອມ​ຕໍ່​ບັນດາ​ລະບຽບ​ການ​ບໍລິຫານ​ຂອງ​ກະຊວງ​ຕ່າງໆ​ຄື: ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ສາທາລະນະ​ສຸກ; ກຽມພ້ອມ​ການ​​ເຊື່ອມ​ຕໍ່ກົນ​ໄກ​ປະຕູ​ດຽວ​.

ຂ່າວ/ບົດ​ອື່ນ