ປະກາດບົດລາຍງານ ສິ່ງແວດລ້ອມແຫ່ງ ຊາດປີ 2013


ປະກາດບົດລາຍງານ ສິ່ງແວດລ້ອມແຫ່ງ ຊາດປີ 2013 - ảnh 1

ທ່ານບຸແກກຕວຽນ-ລັດຖະມົນຕີຊ່ວຍວ່າກະຊວງ

ຊັບພະຍາກອນແລະ ສິ່ງແວດລ້ອມຫວຽດນາມກ່າວຄຳເຫັນທີ່ພິທີປະກາດ

(ພາບ: vov5)

(vovworld) –​​ ຕ​ອນ​ບ່າຍວັນ​ທີ 18/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ​ໄດ້​ຈັດ​ພິທີປະກາດ​ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ປີ 2013 ດ້ວຍ​ຫົວ​ເລື່ອງ “ສິ່ງ​ແວດ​ລ້ອມອາກາດ“ ​ເພື່ອ​ແນ​ໃສ​່ວິ​ເຄາະ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສິ່ງ​ແວດ​ລ້ອມອາກາດ​ຂອງ​ຫວຽດນາມ ​ໄລຍະ 2008-2013.

  ບ​ົດລາຍ​ງານ​ໃຫ້​ຮູ້​ວ່າ, ​ໃນ​ຊຸມ​ປີຜ່ານມາ,​ ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ອາກາດ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ​ໄດ້​ຮັບ​ບັນດາ​ໝາກຜົນ​ທີ່​ດີ.

   ບົດ​ລາຍ​ງານ​​ໃຫ້​ເຫັນ​ວ່າ​ບັນຫາ​ມົນ​ລະ​ພິດ​ຂີ້​ຟຸ່ນຢູ່​ຫວຽດນາມ ​ແມ່ນ​ບັນຫາ​ພົ້ນ​ເດັ່ນ​ກ່ວາ​ໝູ່. ຫວຽດນາມ ​ຍັງ​ມີ​ໄພ​ຖືກ​ກະທົບ​ຈາກ​ແຫຼ່ງ​ອາກາດ​ຖືກ​ມົນ​ລະ​ພິດ​ຂ້າມ​ຊາຍ​ແດນ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດຍົກ​ອອກ​ບາງ​ຂໍ້​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ. ​ໃນ​ນັ້ນ, ມີການ​ກວດກາ, ດັດ​ແປງ, ປະກາ​ດ​ເພີ່ມ​ເຕີມ​ບັນດາ​ເອກະສານ​ນະ​ໂຍບາຍ, ກົດໝາຍ​ສະ​ເພາະ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ອາກາດ, ສ້າງ​ລັດຖະດຳລັດ​ກ່ຽວ​ກັບ​ອາກາດ​ປອດ​ໂປ່​ງ…ພ້ອມ​ທັງ​ສ້າງ​ກົນ​ໄກ, ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ, ຍູ້​​ແຮງ​ການຫັນ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ອາກາດ​ເປັນ​ວຽກ​ງານ​ຂອງ​ສັງຄົມ./.



ຂ່າວ/ບົດ​ອື່ນ