ປະກາດໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 38 ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກ AIDS ແລະ ປ້ອງກັນ, ຕ້ານຢາເສບຕິດ, ໂສເພນີ ຂຶ້ນກັບກະຊວງຕຳຫຼວດ ໄດ້ຈັດຕັ້ງການປະຊຸມຂ່າວປະກາດໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 38 ກ່ຽວກັບບັນຫາຢາເສບຕິດ. 
ປະກາດໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 38 ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ - ảnh 1 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງດຳເນີນກອງປະຊຸມເປັນເວລາ 2 ວັນ, ແຕ່ວັນທີ 25 ກໍລະກົດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ພັນເອກ ຮ່ວາງແອງຕວຽນ, ຮອງຫົວໜ້າຫ້ອງການປະຈຳການປ້ອງກັນ, ຕ້ານຢາເສບຕິດ, ຂຶ້ນກັບກະຊວງຕຳຫຼວດ ໃຫ້ຮູ້ວ່າ:

        “ຫວຽດນາມ ກໍ່ໄດ້ວາງອອກບັນດາລາຍການເຄື່ອນໄຫວລະອຽດ, ປະກອບສ່ວນສະແດງຄຳໝັ້ນສັນຍາການເມືອງຂັ້ນສູງຂອງ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ ເພື່ອແນໃສ່ສ້າງປະຊາຄົມລວມ ອາຊຽນ ຕາມຈິດໃຈ “ໃຫ້ຄຳໝັ້ນສັນຍາຕໍ່ສູ້ ແລະ ຮັບມືກັບບັນຫາຢາເສບຕິດຂອງໂລກຢ່າງມີປະສິດທິຜົນ””

ຕອບກັບ

ຂ່າວ/ບົດ​ອື່ນ