ປະກາດໝາກຜົນສຳຫຼວດຕົວຈິງສະພາບເສດຖະກິດ,ສັງຄົມຂອງ53ຊົນເຜົ່າສ່ວນໜ້ອຍປີ2015

ປະກາດໝາກຜົນສຳຫຼວດຕົວຈິງສະພາບເສດຖະກິດ,ສັງຄົມຂອງ53ຊົນເຜົ່າສ່ວນໜ້ອຍປີ2015 - ảnh 1
ບັນ​ດາ​ຜ​ູ້​ແທນ​ເຂົ້າ​ຮ່ວມພິ​ທີປະ​ກາດ
(ພາ​ບ: cema.gov.vn)


(vovworld) - ​ຕອນ​ບ່າຍ​ວັນ​ທີ 29/09, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ສົມ​ທົບ​ກັບ​ກົມ​ໃຫຍ່ສະ​ຖິ​ຕິສະ​ຫຼຸບ ແລະ ປະ​ກາດ​ໝາກ​ຜົນ​ແຫ່ງ​ການ​ສຳ​ຫຼວດ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ 53 ຊົນ​ເຜົ່າ​​ສ່ວນ​ໜ້ອຍ​ປີ 2015. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​​ມີ​ການ​ສຳ​ຫຼວດ​​ດ້ວຍ​ຂອບ​ຂະ​ໜາດ​ທົ່ວ​ປະ​ເທດ ກ່ຽວ​ກັບ​ທຸກ​ຂົງ​ເຂດ​ຊີ​ວິດ​ເສດ​ຖະ​ກິດ, ​ສັງ​ຄົມ ຕາມ​ແຕ່​ລະ​ຊົນ​ເຜົ່າ. ຕາມ​ບົດ​ລາຍ​ງານ​ໝາກ​ຜົນ​ການ​ສຳ​ຫຼວດແລ້ວ, ​ສະ​ພາບ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ 53 ຊົນ​ເຜົ່າ​ສ່ວ​ນໜ້ອຍປີ 2015 ມີ​​​ລະ​ດັບ​ຄອງ​ຊີບ ແລະ ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດນັບ​ມື້​ນັບໝັ້ນ​ຄົງ. ກ່ຽວ​ກັບ​ການ​ອອກ​ແຮງ​ງານ, ວຽ​ກ​ເຮັດ​ງານ​ທຳ, ມີ​ຄົນ​ງານ 81,9% (​ອາ​ຍຸແຕ່ 15 ປີ​ຂຶ້ນ​ໄ​ປ) ມີ​ວຽກ​ເຮັດ​ງານ​ທຳ ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ທີ່​ເຮັດ​ວຽກ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນຳ​້. ຖາ້​ຫາກ​ທຽບ​ໃສ່ການ​ສຳ​ຫຼວດ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ​​ຂອງ​ພົນ​ລະ​ເມືອງ​ທັງ​ໝົດ​ໃນປີ 2015 ​ແມ່ນ​ສູງກວ່າ 1,9 ເທົ່າ (44%). ນອກນັ້ນ, ບາງ​ມາ​ດ​ຕະ​ຖານ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ, ສັງ​ຄົມ ເຂ​ດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ກໍ​ໄດ້​ຍົກ​ອອກ​ມາ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໂສມ​ໜ້າ​ຂອງຫຼາຍ​ເຂດ​ພວມ​ມີ​ການ​ປ່ຽນ​ແປ່​ງ​ ດ້ວຍ​ທາງ​ຄົມ​ມະ​ນາ​ຄົມບ້ານ, ເຄືອ​ຂາຍ​ສາ​ທາ​ລະ​ນະ​ສຸກ, ລະ​ບົບ​ຕ​ິດ​ຕໍ່​ພົວ​ພັນ, ສື່ມວນ​ຊົນ, ຫໍ​ວັດ​ທະ​ນ​ະ​ທຳ​ໄດ້​ຮັບ​ການພັດ​ທະ​ນາ; ເກືອ​ບ 2/3 ຈຳ​ນວນ​ຄອບ​ຄົວ​ຊາວ​ຊົນ​​ເຜົ່າສ່ວນ​ໜ້ອຍ​ສາ​ມາດ​ຮັບ​ຟັງ​ວິ​ທະ​ຍຸ​ກະ​ຈາຍ​ສ​ຽ​ງ​ຫວຽດ​ນາມ ຫຼື ໂທ​ລະ​ພາບ​ແຂວງ, ເມືອງ​ໄດ້. ນີ້​ແມ​່ນ​ພື້ນ​ຖານ​ເພື່ອ​ສ້າງ​ນະ​ໂຍ​ບາຍ​ຊົນ​ເຜົ່າ, ປະ​ກອບ​ສ່ວນ​ໜູນ​ຊ່ວຍ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເສີມ​ຂະ​ຫຍາຍກຳ​ລັງ​ແຮງ​ພາຍ​ໃນ, ຫຼຸດ​ຜ່ານ​ການຜິດ​ໂຕ​ນ​ກັ​ນ​ລະ​ຫວ່າງ​ລະ​ດັບ​ພັດ​ທະ​ນາ​ຂອງ​ບັນ​ດາ​ເຜົ່າ.

ຂ່າວ/ບົດ​ອື່ນ