ປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາສືບຕໍ່ ມຸ່ງໄປສູ່ທະເລໝູ່ເກາະ ຂອງປະເທດຊາດ


 ປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາສືບຕໍ່ ມຸ່ງໄປສູ່ທະເລໝູ່ເກາະ ຂອງປະເທດຊາດ - ảnh 1

(ພາບ: Vietnam+)

(vovworld)- ຫວ່າງ​ແລ້ວ​ນີ້, ຢູ່​ນະຄອນ​ໂຕ​ໂຣນ​ໂຕ, ສະຖານທູດ​ຫວຽດນາມ ປະຈຳ​ດາ​ນາ​ດາ ​ໄດ້ຈັດການ​ໂອ້​ລົມ​ກ່ຽວ​ກັບ​ສະພາ​ບການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ມາດ​ຕະການ​ຕໍ່ສູ້​ຂອງ​ຫວຽດນາມ ​ແລະ ສືບ​ຕໍ່​ຂົນຂວາຍ​ປະຊາຊົນ​ບໍລິຈາກ​ເງິນ​ ​ສະໜັບສະໜູນ​ກຳລັງ​ຕຳຫຼວດທະ​ເລ, ອົງການ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງ​ທີ່​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ຕິດ​ພັນ​ກັບ​ທະ​ເລ​ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຜ່ານ​ມາ.

  ຊາວ​ຫວຽດນາມ ​ແລະ ນັກຮຽນ​ນັກ​ສຶກສາ​ຫວຽດ​ນາມ​ ຢູ່​ກາ​ນາ​ດາ ​ມີ​ຄວາມ​ປິຕິຊົມ​ຊື່ນເມື່ອ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ທາງ​ການ ​ແລະ ອັບ​ເດັດ​ກ່ຽວ​ກັບສະພາ​ບການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະຊາຊົນ​ຈຳນວນ 1 ​ໄດ້ສະ​ແດງ​ອາລົມ​ຈິດ ​ແລະ​ຍົກ​ອອກຄວາມ​ ​ແລະ ວິທີ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດຕໍ່​ອົນ​ອຸ​ບານ​ຂະຫຍາຍອະນາ​ເຂດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ຕາ​ເວັນ​ອອກ. ປະຊາຊົນ​ເຂົ້າຮ່ວມ​ທັງ​ໝົດ​ໄດ້​ເຫັນ​ດິ​ເປັນ​ເອກະສັນ​ໂດຍ​ຖື​ວ່າ, ນ້ຳ​ໃຈ​ສາມັກຄີ​ແຫ່ງ​ຊາດ​ແມ່ນ​ປັດ​ໄຈ​ສ້າງ​ເປັນ​ກຳລັງ​ແຮງ​ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ພ້ອມ​ທັງ​ຢືນຢັນ​ຄວາມ​ເຊື່ອໝັ້ນຕໍ່​ນະ​ໂຍບາຍ​ຂອງ​ລັດຖະບານ​ຫວຽດນາມ. ຜູ້​ເຂົ້າຮ່ວມ​ການ​ພົບ​ປະ​ໄດ້​ປະ​ກອບ​ຈຳນວນ​ເງິນ​ກ່ວາ 5000 ​ໂດາລາ​ກາ​ນາ​ດາ (​ເທົ່າ​ກັບ 100 ລ້ານ​ດົ່ງ) ສະໜັບສະໜູນ ກຳລັງ​ຕຳຫຼວດທະ​ເລ, ອົງການ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງຫວຽດນາມ./.

ຂ່າວ/ບົດ​ອື່ນ