ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດສະເຫຼີມສະຫຼອງວັນບຸນວິສາຂະບູຊາ

(VOVWORLD) -ວັນທີ 29 ພຶດສະພາ, ພະສົງສຳມະເນນ, ພຸດທະສາສະນິກະຊົນເປັນຈຳນວນຫຼາຍ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ໄປວັດ ເຟີດຕິ໋ກ ເຂົ້າຮ່ວມວັນບຸນວິສາຂະບູຊາ ພສ 2562 (ປີ 2018) ແລະ ພາວະນາຂໍໃຫ້ປະເທດຊາດມີຄວາມສັນຕິສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ, ມີສັນຕິພາບໃນໂລກ.

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດສະເຫຼີມສະຫຼອງວັນບຸນວິສາຂະບູຊາ - ảnh 1ພະສົງສຳມະເນນ, ພຸດທະສາສະນິກະຊົນເປັນຈຳນວນຫຼາຍ ຢູ່ນະຄອນຫຼວງວຽງຈັນ, ໄດ້ໄປວັດ ເຟີດຕິ໋ກ ເຂົ້າຮ່ວມວັນບຸນວິສາຂະບູຊາ ພສ 2562

(ພາບ: TTXVN)

ທີ່ພິທີ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິ໋ກ ໄດ້ຮຽກຮ້ອງໃຫ້ພໍ່ແມ່ພີນ້ອງພຸດທະສາສະນິກະຊົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ຍາມໃດກໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຄົາລົບກົດໝາຍຂອງລາວ, ເຂົ້າຮ່ວມບັນດາການເຄື່ອນໄຫວໂດຍວັດ ເຟີດຕິ໋ກ ຈັດຕັ້ງເປັນປະຈຳ, ຖືວັດແມ່ນບ່ອນເພື່ອໃຫ້ພໍ່ແມ່ພີ່ນ້ອງປະຕິບັດບັນດາການເຄື່ອນໄຫວເຫຼືອມໄຊທາງຈິດວິນຍານ ແລະ ຮັກສາບັນດາຮີດຄອງປະເພນີທີ່ເປັນມູນເຊື້ອ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

      ຢູ່ New Delhi, ປະເທດອິນເດຍ, ວັນທີ 29 ພຶດສະພາ, ຄະນະພະສົງສຳມະເນນ, ນັກຮຽນສົງ ຢູ່ອິນເດຍ ໄດ້ສົມທົບກັບຄະນະປະຕິບັດງານປະຊາຄົມສະຖານທູດຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ ຢ່າງສົມກຽດ ຢູ່ວັດ Budhha Vihara.

      ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 27 ພຶດສະພາ, ສະມາຄົມພຸດທະສາສະນິກະຊົນຫວຽດນາມ ປະຈຳສ.ເຊັກໂກ ກໍ່ໄດ້ຈັດວັນບຸນວິສາຂະບູຊາ 2018 ດ້ວຍການເຂົ້າຮ່ວມຂອງ ພຸດທະສາສະນິກະຊົນ 500 ຄົນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ