ປະຊາຄົມຊາວຫວຽດນາມອາໄສຢູ່ຝຣັ່ງຕ້ອນຮັບບຸນປີໃໝ່ປະຈຳຊາດປີລະກາ2017ຢ່າງຟົດຟື້ນ

ປະຊາຄົມຊາວຫວຽດນາມອາໄສຢູ່ຝຣັ່ງຕ້ອນຮັບບຸນປີໃໝ່ປະຈຳຊາດປີລະກາ2017ຢ່າງຟົດຟື້ນ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ລ​າຍ​ການ

(vovworld) - ​​​​ລາຍ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາ 2017 ຢູ່ຝ​ຣັ່ງ ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍຫຼາຍ​ເຫດ​ການ​ທີ່​ຟົດ​ຟື້ນ. ວັນ​ທີ 4/2, ຢູ່​ຫໍ​ວັດ​ທະ​ນະ​ທຳ Baltard, ເຂດ​ຊານ​ນະ​ຄອນ ປາ​ຣີ, ໄດ້​ຈັດ​ຕັ້ງ​ບຸນ​ເຕັດ​ວົງ​ຄະ​ນະ​ຍາດ ໂດຍ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ ຝ​ຣັ່ງ ສົມ​ທົບ​ກັບ​ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຈັດ​ຕັ້ງ​. ລາຍ​ການ​ບຸນ​ເຕັດ​ວົງ​ຄະ​ນະ​ຍາດ​ແມ່ນ​ງານ​ບຸນ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ສີ​ລະ​ປະ ແລະ ງານ​ບຸນ​ທີ່​ຟົດ​ຟຶ້ນ, ມ່ວນ​ຊື່ນ, ເຮັດ​ໃຫ້​ຊາວ ຫວຽດ​ນາມ ທ​ຸກ​ຄົນ​​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ລ້ວນ​ແຕ່​ຮູ້​ສຶກ​ໄດ້​ສີ​ສັ​ນ​ຂອງ​ບຸນ​ເຕັດ​ຂອງ​ ຫວຽດ​ນາມ. ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ໂງ​ກິມ​ຮູ່ງ, ປະ​ທານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ ຝ​ຣັ່ງ (UGVF), ໄດ້​ທົບ​ທວນ​ຄືນ​ບັນ​ດາ​ການ​ເຄື່ອນ​ໄຫວ​​ມຸ່ງກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ຝ​ຣັ່ງ ທີ່​ໄດ້​ຮັບ​ການ​ສະ​ແດງ​​ອອກຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອ​ງ​ຊາດ​ຄື: ຈັດ​ຕັ້ງ​ຊຸ​ດ​ຮຽນ​ພາ​ສາ ຫວຽດ ແລະ ດົນ​ຕີ​ພື້ນ​ເມືອງ​ໃຫ້​ລູກຫຼານ, ສະ​ໜັບ​ສະ​ໜູ​ນ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ເຂດ​ນ້ຳ​ຖ້ວມ​ພາກ​ກາງ ຫວຽດ​ນາມ, ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ເຂົ້າ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ. ເນື່ອງ​ໃນ​ໂອ​ກາດນີ້, ບັນ​ດາ​ສະ​ມາ​ຄົມຂອງ ຫວຽດ​ນາມ ແລະ ຝ​ຣັ່ງ ມີ​ການ​ພົບ​ປະ​ແລກ​ປ່ຽນ​​ຢ່າງ​ສະ​ໜິດ​ສະ​ໜົມ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ ຝ​ຣັ່ງ - ຫວຽດ​ນາມ, ພ້ອມ​ທັງ​ສ້າງ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ​ກ່​ວາ​ອີກ.

ຂ່າວ/ບົດ​ອື່ນ