ປະຊາຄົມຊາວຫວຽດນາມອາໄສຢູ່ຫລາຍປະເທດໃນໂລກຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ

ປະຊາຄົມຊາວຫວຽດນາມອາໄສຢູ່ຫລາຍປະເທດໃນໂລກຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ - ảnh 1
ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຍີ່​ປຸ່ນ ຈັດ​ລາຍ​ການ​ຕ້ອນ​ຮັບ​ບຸນ​ເຕັດ
​ປີກະ​ລາ 2017

(vovworld)- ຕອນ​ຄ່ຳ​ວັນ​ທີ 21/1, ລາຍ​ການ ຕ້ອນ​ຮັບ​ບຸນ​ເຕັດ​ອວ​ຍ​ພອນ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ 2017 ໄດ້​ດຳ​ເນີນ​ໄປ​ຢູ່​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ໂຕ​ກຽວ. ລາຍ​ການ​ດັ່ງ​ກ່າວ​ໄດ້​ນຳ​ມາ​ໃຫ້​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ລະ​ດູ​ບານ​ໃຫມ່​ຢູ່​ຫວຽດ​ນາມ​ໃຫ້​ແກ່​ຊາວ​ຫວຽດ​ນາມ ທີ່​ຫ່າງ​ໄກ​ກັບ​ບ້ານ​ເກີດ​ເມືອງນອນ. ແລະ​ກໍ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ກ​ໍ​ໄດ້​ຈັດ​ງານ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ລະ​ກາ 2017. ທ່ານ​ເລືອກ​ແທງງີ້, ເອກອ​ັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໄດ້​ຢືນ​ຢັນ​ວ່າ: ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ ຍາດ​ມາ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ພ້ອມ​ກັບ​ການ​ຮ່ວມ​ມື ແລະ ຫນູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຈາກ​ປ​ະ​ຊາ​ຄົມ​ສາ​ກົນ. ຢູ່​ນະ​ຄອນ​ຫລວງ Pretoria, ສະ​ຖານ​ທູດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ອາ​ຟ​ຼິ​ກາໃຕ້ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ​ອ້ນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ​ 2017 ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ຟ​ຼິ​ກາ​ໃຕ້​.


ຕອບກັບ

ຂ່າວ/ບົດ​ອື່ນ