ປະຊາຄົມສາກົນຄັດຄ້ານເລື່ອງ ອາເມລິກາ ເພີ່ມທະວີບັນດາມາດຕະການຕ້ານຄືນ ກູບາ

(VOVWORLD) -ລັດເຊຍ, ຈີນ, ແບນຊິກ ແລະ ເມັກຊີໂກ ແລະ ບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ໄດ້ຄັດຄ້ານຕໍ່ເລື່ອງ ອາເມລິກາ ເພີ່ມທະວີບັນດາການກະທໍາເປັນປໍລະປັກ ສໍາລັບ ກູບາ

ວັນທີ 18 ເມສາ, ລັດເຊຍ, ຈີນ, ແບນຊິກ ແລະ ເມັກຊີໂກ ແລະ ບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ໄດ້ຄັດຄ້ານຕໍ່ເລື່ອງ ອາເມລິກາ ເພີ່ມທະວີບັນດາການກະທໍາເປັນປໍລະປັກ ສໍາລັບ ກູບາ ພາຍຫຼັງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຖະແຫຼງວ່າ ວໍຊິງຕັນ ຈະປະຕິບັດ ພາກທີ 3 ຂອງກົດໝາຍ Helms- Burton, ພ້ອມທັງຍົກອອກບັນດາມາດຕະການລົງໂທດໃໝ່ ຕ້ານຄືນ ລາຮາວານ. ຕາມນັ້ນແລ້ວ, ບັນດາພົນລະເມືອງ ອາເມລິກາ ທີ່ຖືສັນຊາດ ກູບາ ກໍຄືບັນດາວິສາຫະກິດ ອາເມລິກາ ສາມາດຮ້ອງຟ້ອງບັນດາບໍລິສັດຕ່າງປະເທດທີ່ເຄື່ອນໄຫວໃນສ່ວນຊັບສົມບັດທີ່ຖືກໂອນເປັນຂອງລັດໃນການປະຕິວັດເມື່ອປີ 1959 ຢູ່ ກູບາ. ການກະທໍາດັ່ງກ່າວ ໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ເພີ່ມກໍາລັງດັນຕໍ່ອໍານາດການປົກຄອງ ກູບາ  ເຊິ່ງກ່ຽວຂ້ອງເຖິງການຊ່ວຍໜູນປະເທດບ້ານໃກ້ເຮືອນຄຽງ ເວເນຊູເອລາ. ໂຕ້ຕອບຄືນການກະທໍາດັ່ງກ່າວ, ລັດຖະບານ ກູບາ ຢັ້ງຢືນວ່າ ກົດໝາຍ  Helms- Burton ໂດຍ ອາເມລິກາ ນໍາໃຊ້ ແມ່ນເພື່ອແນໃສ່ເພີ່ມຄໍາສັ່ງຂວໍ້າບາດດ້ານເສດຖະກິດສໍາລັບ ກູບາ ນັ້ນ ແມ່ນບໍ່ມີຜົນສັກສິດຢູ່ປະເທດເກາະ Caribe ນີ້ ຢ່າງສິ້ນເຊີງ. 

ຕອບກັບ

ຂ່າວ/ບົດ​ອື່ນ