ປະຊາຄົມສາກົນຊົມເຊີຍຂໍ້ສະເໜີ ຢຸດຍິງຂອງປະທານາທິບໍດີ ອາບການິດສະຖານ

(VOVWORLD) -ວັນທີ 20 ສິງຫາ ຕາມແຫຼ່ງຂ່າວຈາກ ສະຫະປະຊາຊາດ, NATO  ແລະ ປາກິດຕານ ໄດ້ຊົມເຊີຍຕໍ່ຂໍ້ສະເໜີ ຢຸດຍິງກັບ ຕາລີບານ ໂດຍມີເງື່ອນໄຂ ພາຍໃນ 03 ເດືອນ ຂອງທ່ານປະທານາທິບໍດີ ອາບການິດສະຖານ  Ashaf Ghani.

ປະຊາຄົມສາກົນຊົມເຊີຍຂໍ້ສະເໜີ ຢຸດຍິງຂອງປະທານາທິບໍດີ ອາບການິດສະຖານ - ảnh 1 ທ່ານປະທານາທິບໍດີ ອາບການິດສະຖານ  Ashaf Ghani

(ພາບ: AFP/TTXVN)

ໃນການຖະແຫຼງ, ຄະນະໜູນຊ່ວຍຂອງ ສະຫະປະຊາຊາດ ປະຈໍາ ອາບການິດສະຖານ (UNAMA) ຊົມເຊີຍຂໍ້ລິເລີ່ມຢຸດຍິງໂດຍມີເງື່ອນໄຂ ແລະຮຽກຮ້ອງລັດຖະບານ ອາບການິດສະຖານ ກໍຄື ຕາລີບານ ຄວນກໍາແໜ້ນກາລະໂອກາດດັ່ງກ່າວ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ. ການຖະແຫຼງຂອງ UNAMA ກໍໃຫ້ຮູ້ວ່າ ຂໍ້ຕົກລົງຫຼ້າສຸດ ກ່ຽວກັບການຢຸດຍິງ ລະຫວ່າງລັດຖະບານ ອາບການິດສະຖານ ແລະ ຕາລີບານ  ໄດ້ກູ້ເອົາຊີວິດນັບຮ້ອຍຄົນ ແລະ ແມ່ນການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບຢ່າງແຮງຂອງທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ