ປະຊາຄົມສາກົນຮຽກຮ້ອງອິດສະຣາແອນ,ປາແລດສະຕິນມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ

ປະຊາຄົມສາກົນຮຽກຮ້ອງອິດສະຣາແອນ,ປາແລດສະຕິນມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ - ảnh 1
ປະຊາຄົມສາກົນຮຽກຮ້ອງອິດສະຣາແອນ,
ປາແລດສະຕິນມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ
(ພາບ: EPA/ TTXVN)


(vovworld) - ວັນ​ທີ 15/01, ໃນ​ຖະ​ແຫຼງ​ການ​ສິ້ນ​ສຸດກອງ​ປະ​ຊຸມ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ ຢູ່​ນະ​ຄອນ​ຫຼວງ​ປາ​ຣີ, ປະ​ເທດ​ຝ​ລັ່ງ, ກວ່າ 70 ປະ​ເທດ​ໄດ້​ຮຽກ​ຮ້ອງ​ໃຫ້​ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕິນ ຢ້ຳ​ຄືນ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ. ຖະ​ແຫຼງ​ການຮຽກ​ຮ້ອງ​ໃຫ້​ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕິນ ​ຢ້ຳ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ 2 ຝ່າຍ​ສຳ​ລັບ​​ມາດ​ຕະ​ການ​ແກ້​ໄຂ​ 2 ລັດຢ່າງ​ເປັນ​ທາງ​ການ; ຮຽກ​ຮ້ອງ 2 ຝ່າຍບໍ່​ຄວນ​ມີ​ບັນ​ດາ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ ທີ່​ອາດ​ສາ​ມາດ​ເຮັດ​ໃຫ້​ມີ​ຜົນ​​ສະ​ທ້ອນ​ເຖິງ​ບັນ​ດາ​ການ​ເຈ​ລະ​ຈາ. ຖະ​ແຫຼງ​ການ​ດັ່ງ​ກ່າວ ໄດ້​ຮັບ​ຖື​ວ່າ​ແມ່ນ​ສານ​ສົ່ງ​ເຖິງ​ອິດ​ສະ​ຣາ​ແອນ ກໍ​ຄື​ອຳ​ນາດ​ການ​ປົກ​ຄອງ​ຈະ​ມາ​ເຖິງ​ຂອງ​ປະ​ທາ​ນາ​ທິບ​ໍ​ດີ​ຫາ​ກໍ​ໄດ້​ຮ​ັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ Donald Trump ຢ່າງ​ແຮງ, ເພື່ອ​ແນ​ໃສ່​ຮັກ​ສາ​ບັນ​ດາ​ຄວາມ​ຫວັງ​ໃຫ້​ແກ່​ມາດ​ຕະ​ການ​ແກ້​ໄຂ “2 ລັດ” ສຳ​ລັບ ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕິນ.

        ພາຍ​ຫຼັງ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ສິ້ນ​ສຸດ​ລົງ, ປາ​ແລດ​ສະ​ຕິນ​ ໄດ້​ຊົມ​ເຊີຍ​ຖະ​ແຫຼງ​ການ​ຮ່​ວມ​ຂອງກອງ​ປະ​ຊຸມໃນ​ທັນ​ທີ, ພ້ອມ​ທັງ​ຮ​ຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ຮັບ​​ຮອງລັດ​ປາ​ແລດ​ສະ​ຕິນ, ​ໂດຍ​ອີງ​ໃສ່​​ເສັ້ນ​ຊາຍ​ແດນ​ທີ່​ໄດ້​ກຳ​ນົດ​ເມື່ອປີ 1967 ກັບ​ນະ​ຄອນ​ຫຼວງ​ແມ່ນ​ທາງ​ທິດຕາ​ເວັນ​ອອກ Jerusalem.

        ແຕ່​ວ່າ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິດ​ສະ​ຣາ​ແອນ ຖະ​ແຫຼງວ່າ, ກອງ​ປະ​ຊຸມ​ປາ​ຣີ ດັ່ງ​ກ່າວ​ແມ່ນ “ບໍ່​ມີ​ຜົນ​ປະ​ໂຫຍດ”, ພ້ອມ​ທັງ​ເຮັດ​ໃຫ້​ແງ່​ຫວັງ​​ບັນ​ລຸ​​ຂໍ້​ຕົກ​ລົງ​ສັ​ນ​ຕິ​ພາບ​ລະ​ຫວ່າງອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕິນ ຍາກ​ທີ່​ຈະ​ເປັນ​ໄປ​ໄດ້.

        ໃນ​ຂະ​ນະ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ກ​ໍ​ຢືນ​ຢັນ​ຄືນ​ໃໝ່​ຄຳ​ໝັ້ນ​​ສັນ​ຍາຂອງ ວໍ​ຊິງ​ຕັນ ໃນ​ການ​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ແກ້​ໄຂ 2 ລັດ.

        ເຖິງວ່າ​ໄດ້​ອອກ​ສຽງ​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ແກ​້​ໄຂ 2 ລັດ​ນັ້ນ, ແຕ່​ລັດ​ຖະ​ບານ​ອັງ​ກິດ ພັດ​​​ສະ​ແດງ​ທ່າ​ທີລະ​ມັດ​ລະ​ວັງເມື່ອ​ປະ​ຕິ​ເສດ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ພາຍ​ຫຼັງ​ກອງ​ປະ​ຊຸມ.

ຂ່າວ/ບົດ​ອື່ນ