ປະຊາຄົມອາຊຽນ: ຂີດໝາຍຫວຽດນາມທີ່ງານບຸນອາຊຽນ 2017 ຢູ່ການາດາ

(VOVWORLD) -ວັນທີ 08 ກັນຍາ, ຢູ່ນະຄອນ Vancouver, ການາດາ ໄດ້ຈັດຕັ້ງງານບຸນອາຊຽນ 2017 ດ້ວຍຫົວຂໍ້ວ່າ “ອົບອຸ່ນອາຊີຕາເວັນອອກສ່ຽງໃຕ້”.

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງສະຖານກົງສູນໃຫຍ່ 5 ປະເທດອາຊຽນ ປະຈຳ Vancouver, ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປີນ, ໄທ ແລະ ຫວຽດນາມ. ນະທີ່ນີ້, ຊາວການາດາ ແລະ ບັນດາປະເທດອາຊຽນ ໄດ້ ເຂົ້າຮ່ວມງານບຸນຢ່າງຟົດຟື້ນ, ດ້ວຍບັນດາຮ້ານວາງສະແດງເຄື່ອງສິລະປະຫັດຖະກຳຂອງປະເທດຕ່າງໆ ແລະ ເຍື່ອງອາຫານຫຼາຍຢ່າງ ໄດ້ແນະນຳບັນດາຈຸດທີ່ເປັນເອກະລັກສະເພາະໃນອາຫານການກິນທີ່ເປັນມູນເຊື້ອຂອງບັນດາປະເທດ. ຄຽງຂ້າງນັ້ນ, ງານບຸນກໍ່ແມ່ນໂອກາດເພື່ອໃຫ້ຜູ້ເຂົ້າຮ່ວມຊອກຮູ້ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນບັນດາປະເທດອາຊຽນ ຜ່ານບັນດາສື່ສິ່ງພິມທີ່ໄດ້ແຈກຢາຍໃຫ້ຜູ້ເຂົ້າຮ່ວມໂດຍບໍ່ເສຍຄ່າຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ