ປະຊາຄົມເສດຖະກິດອາຊຽນແລະກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 19 ກໍລະກົດ ຢູ່ ຮ່າໂນ້ຍ ໄດ້ດຳເນີນ ການໂອ້ລົມສົນທະນາ “50 ປີແຫ່ງວັນສ້າງຕັ້ງ ອາຊຽນ: ປະຊາຄົມເສດຖະກິດ ອາຊຽນ ແລະ ກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ”, ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ ປະເທດ ຍີ່ປຸ່ນ ຈັດຕັ້ງ. 
ປະຊາຄົມເສດຖະກິດອາຊຽນແລະກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ - ảnh 1 ທ່ານເລເລືອງມີງ, ເລຂາທິການໃຫຍ່ ອາຊຽນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າ SOM ອາຊຽນ ຫວຽດນາມ ເນັ້ນຫນັກວ່າ ຫວຽດນາມ ກໍຄືບັນດາປະເທດ ອາຊຽນ ພວມພ້ອມກັນແບ່ງປັນບັນດາທ່າໄດ້ປຽບທີ່ພົ້ນເດັ່ນ ເມື່ອປະຊາຄົມເສດຖະກິດ ອາຊຽນ (AEC) ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານຂອງ ອາຊຽນ ພວມແມ່ນສູນເຕີບໂຕຂອງເສດຖະກິດໂລກ. ເພື່ອຮັກສາຄວາມດູດດື່ມນັ້ນ, ການຫັນ AEC ໃຫ້ປະກົດຜົນເປັນຈິງ ຢູ່ໃນລະດັບການພັດທະນາໃຫມ່ ແມ່ນຫນ້າທີ່ຂອງລັດຖະບານ ແລະ ປະຊາຄົມວິສາຫະກິດຂອງແຕ່ລະປະເທດສະມາຊິກ.

        “ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາ ສືບຕໍ່ປ່ຽນໃຫມ່ ແລະ ປະຕິຮູບພື້ນຖານເສດຖະກິດ, ລັດຖະບານໄດ້ສ້າງສະພາບແວດລ້ອມເພື່ອໃຫ້ວິສາຫະກິດເຕີບໃຫຍ່ ແລະ ພັດທະນາ, ສ້າງບັນດາຂອບເຂດ ແລະ ສະພາບແວດລ້ອມສະດວກເພື່ອໃຫ້ວິສາຫະກິດເຊື່ອມໂຍງ, ຮ່ວມເດີນທາງເພື່ອແກ້ໄຂຄວາມຫຍຸ້ງຍາກ.”

        ທີ່ການໂອ້ລົມສົນທະນາ, ສາດສະດາຈານ Hidetoshi Nishimura ຫົວຫນ້າສະຖາບັນ ຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ ປະເທດ ຍີ່ປຸ່ນ ໄດ້ຢືນຢັນວ່າ: ເລື່ອງສ້າງຕັ້ງ AEC ແມ່ນຂີດໝາຍສຳຄັນໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດຂອງ ອາຊຽນ, ສ້າງຕະຫລາດມີມູນຄ່າກວ່າ 2.600 ຕື້ USD ດ້ວຍພົນລະເມືອງກວ່າ 620 ລ້ານຄົນ. ການເຊື່ອມໂຍງ ອາຊຽນ ໄດ້ນຳມາເຊິ່ງບັນດາກາລະໂອກາດໃຫຍ່ໃຫ້ແກ່ຫວຽດນາມ ແຕ່ໃນໄລຍະໃຫມ່ເພື່ອຍາດແຍ່ງບັນດາທ່າໄດ້ປຽບຊື່ງ AEC ນຳມາໃຫ້, ບັນດາວິສາຫະກິດຫວຽດນາມຄວນເປັນເຈົ້າການກວ່າອີກ.

        “ອາຊຽນ ພວມນັບມື້ນັບດຶງດູດຄວາມສົນໃຈຂອງປະຊາຄົມໂລກ, ໃນນັ້ນ ຫວຽດນາມ ແມ່ນປະເທດພວມພົ້ນເດັ່ນຂຶ້ນ. ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງໂລກພວມດຳເນີນທຸລະກິດຢູ່ຫວຽດນາມ. ອາຊຽນ ສ້າງກາລະໂອກາດຫລາຍຢ່າງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ໃນຂົງເຂດຜະລິດເທົ່ານັ້ນ ຫາກນັບທັງຂົງເຂດການບໍລິການ, ການທ່ອງທ່ຽວອີກດ້ວຍ. ເຖິງຢ່າງໃດກໍຕາມ ຫວຽດນາມ ຍາດແຍ່ງ  ແລະ ເສີມຂະຫຍາຍທ່າໄດ້ປຽບການແກ້ງແຍ້ງ, ກຳແຫນ້ນກາລະໂອກາດ ຄືແນວໃດ  ແລະ ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນຂົງເຂດນີ້.”

ຢູ່ນອກການໂອ້ລົມສົນທະນາ ຍັງດຳເນີນງານວາງສະແດງ ອາຊຽນ 50 ປີແຫ່ງການເຊື່ອມໂຍງ ແລະ ພັດທະນາ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບ, ກາລະໂອກາດການລົງທຶນຂອງບັນດາວິສາຫະກິດຫວຽດນາມ ເຖິງ AEC

ຕອບກັບ

ຂ່າວ/ບົດ​ອື່ນ