ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດພົບປະແລກປ່ຽນແລະຕ້ອນຮັບປີໃໝ່ຢູ່ບ້ານເກີດເມືອງນອນ

ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດພົບປະແລກປ່ຽນແລະຕ້ອນຮັບປີໃໝ່ຢູ່ບ້ານເກີດເມືອງນອນ - ảnh 1
ລາຍ​ການ​ພົບ​ປະ​ສ້າງ​ສັນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢູ່​ແຂວງ ບີ່ງ​ເຢືອງ

(vovworld) - ​​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາ 2017, ຕອນ​ຄ່ຳ​ວັນ​ທີ 23/1, ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດເກືອບ 200 ຄົນ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ພົບ​ປະ​​ສ້າງ​ສັນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດອວຍ​ພອນ​ລະ​ດູ​ບານ​ໃໝ່​ ໂດຍ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ ບີ່ງ​ເຢືອງ ຈັດ​ຕັ້ງ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ພົບ​ປະ, ພົວ​ພັນ​ແລກ​ປ່ຽນ ແລະ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ບ້ານ​ເກີ​ດ​ເມືອງນອນ​ດ້ວຍ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ ແລະ ໄດ້​ຮັບ​ປະ​ທານ​ອາ​ຫານພື້ນ​ເມືອງ​ຂອງ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ສ້າງ​ສັນ, ທ່ານ ຫງວຽນ​ແທງ​ລຽມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ ບີ່ງ​ເຢືອງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ຜົນ​ງານ​ທີ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ບັນ​ລຸ​ໄດ້, ຮັບ​ຮູ້ ແລະ ຕີ​ລາ​ຄາ​ສ​ູງ​ນ້ຳ​ໃຈ​ຮັກ​ຊາດ ແລະ ​ການ​ປະ​ກອບ​ສ່ວນ​ທີ່​ລ​້ຳ​ຄ່າ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕໍ່​ແຂວງ ບີ່ງ​ເຢືອງ ໃນ​ໄລ​ຍະ​ທາງ 20 ປີ​ແຫ່ງ​ການ​ພັດ​ທະ​ນາ. ທ່ານ ຫງວຽນ​ແທງ​ລຽມ ປາດ​ຖະ​ໜາ​ວ່າ ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງ​ຊາດ, ມີ​ຄວາມ​ສາ​ມັກ​ຄີ​ຊ່ວຍ​ເຫຼືອ​ກັນ​ສ້າງ​ສາ​ປະ​ຊາ​ຄົມ​ໃຫ້​ໝັ້ນ​ຄົງ​​ເຂັ້ມ​ແຂງ, ບັນ​ລຸ​ຜົນ​ງານ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ພ້ອມ​ກັນ​ນັ້ນ, ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​​ຢ່າງແທ​ດຈິງ, ​ເປັນ​ຂົວ​ເຊ​ື່ອມ​ຕໍ່​​ພັດ​ທະ​ນາການ​ພົວ​ພັນ​​ຮ່ວມ​ມື, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ແຂວງ ບີ່ງ​ເຢືອງ ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້າ​ລວມ​ເຖິງ​ເພື່ອນ​ມິດ​ສາ​ກົນ.


ຂ່າວ/ບົດ​ອື່ນ