ປະຊາຊົນທ້ອງຖິ່ນຕ່າງໆຕັ້ງໜ້າເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ

(VOVWORLD) - ວັນບຸນບໍລິຈາກເລືອດ ກຽນຢາງ 2019 ໄດ້ດຳເນີນໃນລະຫວ່າງວັນທີ 15 – 16 ມິຖຸນາ,  ວັນທີ 15 ມິຖຸນາ ຄາດວ່າຈະໄດ້ຮັບເລືອດບໍລິຈາກ 700 ຖົງ.

ຕອນເຊົ້າວັນທີ 15 ມິຖຸນາ, ທີ່ນະຄອນ ແຣກຢ໊າ, ແຂວງ ກຽນຢາງ ໄດ້ດຳເນີນວັນບຸນບໍລິຈາກເລືອດ ກຽນຢາງ ປີ 2019 ດ້ວຍການເຂົ້າຮ່ວມຂອງບັນດາພະນັກງານ, ກຳມະກອນ, ພາລະກອນ ທີ່ມາຈາກບັນດາຫົວໜ່ວຍຄະນະພັກກຸ່ມວິສາຫະກິດ, ຄະນະພັກກຸ່ມອົງການສຳນັກງານ, ວິທະຍາໄລສາທາລະນະສຸກແຂວງ ກຽນຢາງ ແລະ ປະຊາຊົນມາບໍລິຈາກເລືອດດ້ວຍຄວາມສະໝັກໃຈນັບຫລາຍຮ້ອຍຄົນ.

ປະຊາຊົນທ້ອງຖິ່ນຕ່າງໆຕັ້ງໜ້າເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ - ảnh 1 (ພາບປະກອບ)

        ວັນບຸນບໍລິຈາກເລືອດ ກຽນຢາງ 2019 ໄດ້ດຳເນີນໃນລະຫວ່າງວັນທີ 15 – 16 ມິຖຸນາ,  ວັນທີ 15 ມິຖຸນາ ຄາດວ່າຈະໄດ້ຮັບເລືອດບໍລິຈາກ 700 ຖົງ.

        ວັນທີ 14 ມິຖຸນາ, ຢູ່ແຂວງ ຫວີງລອງ, ດົ່ງທ໊າບ ກໍ່ໄດ້ຈັດຕັ້ງການເຊີດຊູໝູ່ຄະນະ,  ຄອບຄົວ, ບຸກຄົນທີ່ດີເດັ່ນໃນຂະບວນການບໍລິຈາກເລືອດອາສາສະໝັກ 2019.

ຕອບກັບ

ຂ່າວ/ບົດ​ອື່ນ