ປະຊາຊົນນັບພັນຄົນເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ

ປະຊາຊົນນັບພັນຄົນເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ - ảnh 1
ເຖິງວ່າຜົນຕົກກໍ່ຕາມ ແຕ່ປະຊາຊົນເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນເປັນຈຳນວນຫຼາຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 2/9, ປະຊາຊົນ​ນັບ​ພັນ​ຄົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ​ໄດ້​ມາສະ​ໜາມ​ຫຼວງ​ບາ​ດິ່ງ​ປະຫວັດສາດ ​ແລະ ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ​ໂຮ່ຈີ​ມິນ. ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ມາສະ​ຖານ​ທີ່​ກ່ອນ​ນີ້ 69 ປີ ທ່ານ​ປະທານ​ໂຮ່ຈີ​ມິນ​ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ, ສະຖາປະນາ​ປະ​ເທດ​ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ ສສ ຫວຽດນາມ. ທ່ານ ​ເຈິ່ນວັນ​ຮ່ວາງ, ຊາວ​ຊົນ​ເຜົ່າ​ໄຕ່, ຢູ່​ແຂວງ ທ໋າຍງວຽນ, ​ໃຫ້​ຮູ້​ວ່າ:

        “ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ປະ​ເທດ​ທີ 2/9, ຂ້າພະ​ເຈົ້າ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ມີໜ້າ​ຢູ່​ທີ​່ນີ້, ​ເພາະວ່າ​ລຸງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ອິ່ມໜຳສຳລານ, ມີ​ຄວາມ​ຜາ​ສຸກ, ທຸກ​ຄົນ​ລ້ວນ​ແຕ່​ຈົດ​ຈຳ​ບຸນ​ຄູນ​ຂອງ​ລຸງ​ໂຮ່“.

        ສ່ວນ​ນັກຮົບ​ເກົ່າ ຮ່ວາງ​ວັນ​ເຕົ໋າ, ອາຍຸ 80 ປີ, ມາ​ຈາກ​ແຂວງ​ກາວ​ບັ່ງ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຂົ້າ​ໄຫວ້​ອາ​ໄລ​ເພິ່ນ​ເທື່ອ​ນີ້​ແມ່ນ​ເທື່ອ​ທີ 2 ​ແລ້ວ, ​ເຖິງ​ວ່າ​ຈະ​ໄປ 10 ​ເທື່ອ​ຂ້າພະ​ເຈົ້າ​ກໍ່ຍັງຢາກ​ໄປ​ອີກ. ​ເມື່ອ​ຍັງ​ມີ​ຊີວິດ​ຂ້າພະ​ເຈົ້າ​ຍັງ​ໄປ​ໄຫວ້​ອາ​ໄລ​ເພິ່ນ, ຍ້ອນ​ປະທານ​ໂຮ່ຈີ​ມິນ​ແມ່ນ​ຜູ້​ທີ່​ຂ້າພະ​ເຈົ້າ​ເຄົາລົບ​ນັບຖື​ກວ່າ​ໝູ່. ​ໃນ​ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ມີ​ແທ່ນ​ບູຊາ​ເພິ່ນ​ຢູ່“.

       

ຂ່າວ/ບົດ​ອື່ນ