ປະຊາຊົນນັບພັນພັນຄົນເຂົ້າຮ່ວມຂະບວນການແລ່ນເພື່ອເດັກນ້ອຍຮ່າໂນ້ຍ2015

ປະຊາຊົນນັບພັນພັນຄົນເຂົ້າຮ່ວມຂະບວນການແລ່ນເພື່ອເດັກນ້ອຍຮ່າໂນ້ຍ2015 - ảnh 1
ຂະ​ບວນ​ການ​ແລ່ນ “​ເພື່ອ​ເດັກນ້ອຍ ຮ່າ​ໂນ້ຍ” 2015
(ພາບ: laodongthudo.vn)

(vovworld) – ​ ​ ​ ຕອນ​ເຊົ້າ​ວັນ​ທີ 6/12 ຢູ່​ສວນສາທາລະນະ ທົ໋ງ​ເຍີ໋ດ (​​ເອກະ​ພາບ) ຮ່າ​ໂນ້ຍ, ​ໄດ້​ໄຂຂະ​ບວນ​ການ​ແລ່ນ “​ເພື່ອ​ເດັກນ້ອຍ ຮ່າ​ໂນ້ຍ” 2015. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ ​ໂດຍ​ສະມາຄົມ​ມິດຕະພາບ ຫວຽດນາມ - ກາ​ນາ​ດາ, ສະຫະ​ພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບນະຄອນ ຮ່າ​ໂນ້ຍ, ສະຖານທູດ ກາ​ນາ​ດາ ປະຈຳ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. ​ ​ເພື່ອ​ແນ​ໃສ່​ປຸກລຸກ​ນ້ຳ​ໃຈ​ຮັກ​​ແພງ​ກັນ ​ແລະ ການ​ກະທຳ​ອັນ​ສູງ​ສົ່ງປຸກລະດົມ​ປະຊາຊົນ ນະຄອນຫລວງ, ບັນດາ​ວິ​ສາ​ຫະກິດ, ​ເພື່ອນ​ມິດ​ສາກົນທີ່​ພວມ​ຮ່ຳຮຽນ ​ແລະ ປະຕິບັດ​ງານ​ຢູ່ ຫວຽດນາມ ບໍລິຈາກ​ເງິນ​ສະໜັບສະໜູນ​ໃຫ້​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຖືກຕິດ​ພະຍາດອັນຕະລາຍ, ພິ​ເສດ​ແມ່ນ​ພະຍາດ​ມະ​ເຮັ່ງ ​ແລະ ພະຍາດຫົວ​ໃຈ, ປະຈຸ​ບັນ​ພວມ​ປິ່ນ​ປົ່ວ​ຢູ່​ໂຮງໝໍ ​ແລະ ໜູນ​ຊ່ວຍ​​ໂຄງການ​ຊ່ວຍ​ເຫຼືອ​ໃຫ້​ເດັກນ້ອຍ​ທຸກ​ຍາກ​ໄດ້​ຜ່າຕັດ​ຫົວ​ໃຈ​​ໂດຍບໍ່​​ຕ້ອງເສຍ​ຄ່າ​ ທີ່ມີ​ຊື່ວ່າ “ຫົວ​ໃຈ ຫວຽດນາມ”. ກ່າວ​ຄຳ​ເຫັນທີ່​ພິທີ​ໄຂ​ເຫດການ​ນີ້, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ ຫງວຽນວ໋ຽດຕ໋ຽນ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ກາ​ນາ​ດາ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ພວກ​ເຮົາ ພິ​ເສດ​ແມ່ນ​ຢູ່ ຮ່າ​ໂນ້ຍ ຍັງ​ມີ​​ເດັກນ້ອຍ​ຫລາຍ​ຄົນ​ເປັນພະຍາດອັນຕະລາຍ, ພະຍາດ​ມະ​ເຮັງ, ພະຍາດຫົວ​ໃຈ​ ຕ້ອງການ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທຸກ​ຄົນ​ ​ເພື່ອ​ມີ​ຊີວິດ​ແຂງ​ແຮງ, ​ເບີກບານ​ມ່ວນ​ຊື່ນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ຕ້ອງເຮັດ​ແນວ​ໃດ ​ເພື່ອດຶງ​ດູດ​​ຜູ້​ໃຈ​ບຸນ​ໃຈ​ກຸສົນຫລາຍ​ຄົນ, ບໍລິຈາກ​​ເງິນ​ຊ່ວຍ​ໃຫ້​ພວກ​ຫຼານ​ຖືກບັນດາ​ພະຍາດອັນຕະລາຍ​ໃຫ້​ຫລາຍ​ກ່ວາ​ອີກ”.

 

ຂ່າວ/ບົດ​ອື່ນ