ປະຊາຊົນລາວຕ້ອນຮັບບຸນປີໃຫມ່ພສ2558ຢ່າງເບິກບານມ່ວນຊື່ນ

ປະຊາຊົນລາວຕ້ອນຮັບບຸນປີໃຫມ່ພສ2558ຢ່າງເບິກບານມ່ວນຊື່ນ - ảnh 1
ພາບ​ປະ​ກອບ:internet

(vovworld)-ວັນ​ທີ 14/4, ປະ​ຊາ​ຊົນ​ລາ​ວ​ບັນ​ດາ​ເຜົ່າ ໄດ້​ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ພ​ສ 2558 ຢ່າງ​ເບິກ​ບານ​ມ່ວນ​ຊື່ນຄື: ພິ​ທີແຫ່ ນາງ​ສັງ​​ຂານ, ​ຫົດ​ສົງ, ເຂົ້າວັດພາ​ວະ​ນາຂໍ​ໄດ້​ຮັບ​ແຕ່​ຄວາມ​ໂຊກ​ດີ ແລະ ຫົດ​ນ້ຳອວຍ​ພອນ​ປີ​ໃຫມ່. ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ບຸນ​ປີ​ໃຫມ່​ພສ 2558 ປີນີ້, ລາວ ໄດ້​ຈັດ​ຕັ້ງ​ຫລາຍ​ເຫ​ດ​ການສະ​ແດງ​ໃຫ້​ເຫັນ​​ມູນ​ເຊື້ອ ແລະ ວັດ​ທະ​ນະ​ທຳທ​ີ່ມີ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ລາວ. ລັດ​ຖະ​ບານ ລາວ ກໍ​ຮຽກ​ຮ້ອງ​ປະ​ຊາ​ຊົນ​ບໍ່​ຈັດ​ຕັ້ງ​ບັນ​ດາ​ເຫ​ດ​ການທີ່ກໍ່​ຄວາມ​ຟຸມ​ເຟືອ​ຍ ແລະ ບັນ​ດາ​ອົງ​ກາ​ນ​ຂອງ​ລັດ​ບໍ່​​ໄດ້ນຳ​ໃຊ້​ງົບ​ປະ​ມານ ແລະ ລົດ​ໂອ​ໂຕ​ຂອງ​ລັດ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ສ່ວນ​ຕົວ.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ