ປະ​ຊາ​ຊົນ​ລາວ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບັນ​ດາ​ໄຊ​ຊະ​ນະແລະຜົນ​ງານ​ຂອງ​ຫວຽດ​ນາມ​ໃນ71ປີ​ຜ່ານ​ມາ

ປະ​ຊາ​ຊົນ​ລາວ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບັນ​ດາ​ໄຊ​ຊະ​ນະແລະຜົນ​ງານ​ຂອງ​ຫວຽດ​ນາມ​ໃນ71ປີ​ຜ່ານ​ມາ - ảnh 1
ຄະ​ນະ​ຜູ້​ແທນ​ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​
ໄປ​ສະ​ຖານ​ທູດ​ຫວຽດ​ນ​າມ​ ປະ​ຈຳ​ ລາວ ຢູ່ນະ​ຄອນຫຼວງວຽງ​ຈັນ ເພື່ອ​ອວຍ​ພອນ
(ພາບ: ໝີບີງ)

(vovworld)- ເນື່ອງ​ໃນ​ໂອ​ກາດ​ ສະ​ເຫຼີມ​ສະ​ຫຼອງວັນ​ຊາດ​ ສ​ສ ຫວຽດ​ນາມ ຄົບ​ຮອບ 71 ປີ (2/9/1945-2/9/2016), ຕອນ​ເຊົ້າ ​ວັນ​ທີ 30/8, ຄະ​ນະ​ຜູ້​ແທນ​ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ,  ໂດຍ ທ່ານ ນາງ ສູ​ນ​ທອນ ໄຊ​ຍະ​ຈັກ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ນຳ​ໜ້າ, ​ໄດ້​ໄປ​ສະ​ຖານ​ທູດ​ຫວຽດ​ນ​າມ​ ປະ​ຈຳ​ ລາວ ຢູ່ນະ​ຄອນຫຼວງວຽງ​ຈັນ ເພື່ອ​ອວຍ​ພອນ. ທ່ານ ນາງ ສູ​ນ​ທອນ ໄຊ​ຍະ​ຈັກ ຕາງ​ໜ້າ​ພັກ ແລະ ປະ​ຊາ​ຊົນ​ລາວ ໄດ້​ສົ່ງ​ພອນ​ໄຊອັນ​ປະ​ເສີດ​ທີ່​ສຸດ ​​​ມາ​ຍັງພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ; ຢືນ​ຢັນວ່າ: ​ບັນ​ດາ​ໄຊ​ຊະ​ນະ ແລະ ຜົນ​ງານ​​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວ​ຽດ​ນາມ ຍາດ​ມາ​ໄດ້ ໃນ 71 ປີ ຜ່ານ​ມາ ແມ່ນ​​ໃຫຍ່ຫຼວງ​ທີ່​ສຸດ. ທ່ານ ນາງ ສູ​ນ​ທອນ ໄຊ​ຍະ​ຈັກ ເນັ້ນ​ໜັກ​ວ່າ: ປະ​ຊາ​ຊົນ​ລາວ ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ ຕໍ່​ບັນ​ດາ​ໄຊ​ຊະ​ນະ ແລະ ຜົນ​ງານ ຂອງ​ຫວຽດ​ນາມ, ຖືນີ້​ເປັນ​ຜົນ​ງານ ແລະ ບັນ​ດາ​ໄຊ​ຊະ​ນະ​ຂອງ​ຕົນ, ເປັນ​ແຫຼ່ງ​ລະ​ດົ​ມ​ກຳ​ລັງ​ໃຈ, ສົ່ງ​ເສີມ ເພື່ອ​ຊ່ວຍ​ລາວ​ພັດ​ທະ​ນາ. ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ລາວ ກໍ່​ໄດ້​ສະ​ແດງ​ຄວາມ​ພາກ​ພູມ​ໃຈ ຕໍ່​ການ​ພັດ​ທະ​ນາ​ຢ່າງກວ້າງຂວາງ​ເລິກເຊິ່ງ ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມືຮອບ​ດ້ານ ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ; ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ອັນ​ສ່ອງ​ໃສ ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ ຈະ​ຍາດ​ໄດ້ຜົນ​ງານອັນ​ໃຫຍ່ຫຼວງຫຼາຍກວ່າ​ອີກ.

        ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ຄະ​ນະ​ຜ​ູ້​ແທນ​ຫ້ອງ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໂດຍ ທ່ານ ຄຳ​ກົດ ວັນ​ຄຳ, ຮອງ​ຫົວ​ໜ້າ​ຫ້ອງ​ການ, ນຳ​ໜ້າ, ກໍ​່ໄດ້ມາສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ​ລາວ ຢູ່ນະ​ຄອນຫຼວງວຽງ​ຈັນ ເພື່ອ​ອວຍ​ພອນ ວັນ​ຊາດຫວຽດ​ນ​າມ ຄົບ​ຮອບ 71 ປີ.

ຂ່າວ/ບົດ​ອື່ນ