ປະດັບຫຼຽນທີ່ລະນຶກ “ເພື່ອໄວໜຸ່ມ” ໃຫ້ແກ່ພະນັກງານ, ນັກຮົບໃນໝູ່ເກາະເຈື່ອງຊາ

(VOVWORLD) -ການເດີນທາງ “ ໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ ” ປີ 2018 ດ້ວຍຫົວຂໍ້ : “ ໄວໜຸ່ມຮ່ວມເດີນທາງເພື່ອເຈື່ອງຊາ” ແມ່ນການເດີນທາງຄັ້ງທີ 10 ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຈັດຂຶ້ນແຕ່ວັນທີ 16-25 ເມສາປີ 2018
ປະດັບຫຼຽນທີ່ລະນຶກ “ເພື່ອໄວໜຸ່ມ” ໃຫ້ແກ່ພະນັກງານ, ນັກຮົບໃນໝູ່ເກາະເຈື່ອງຊາ - ảnh 1 ທ່ານ ບຸຍກວາງຮຸຍ ເລຂາສູນກາງ ຊາວໜຸ່ມກອມມູນິດໂຮ່ຈິມິນປະດັບຫຼຽນທີ່ລະນຶກ “ເພື່ອໄວໜຸ່ມ” ໃຫ້ແກ່ບັນດານັກຮົບ

ການເດີນທາງໂດຍທ່ານ ບຸຍກວາງຮຸຍ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມກອມມູນິດໂຮ່ຈິມິນເປັນຫົວໜ້າຄະນະ. ໃນການເດີນທາງຄັ້ງນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນໄດ້ປະດັບຫຼຽນທີ່ລະນຶກ “ເພື່ອໄວໜຸ່ມ” ໃຫ້ແກ່ພະນັກງານ, ນັກຮົບ 9 ຄົນທີ່ພວມປະຕິບັດງານຢູ່ໝູ່ເກາະເຈື່ອງຊາ ແລະ ສູນ DK1. ກ່າວຄຳເຫັນທີ່ພິທີປະດັບຫຼຽນທີ່ລະນຶກ,  ທ່ານ ບຸຍກວາງຮຸຍ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມກອມມູນິດໂຮ່ຈິມິນ ກ່າວວ່າ :

    “ ພວກເຮົາຮູ້ນຳກັນແລ້ວວ່າ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ສະຫຼະເລືອດເນື້ອ, ເຫື່ອແຮງ ນັບແຕ່ກ່ອນມາຮອດປະຈຸບັນ ຈຶ່ງສາມາດຢັ້ງຢືນອຳນາດອະທິປະໄຕ ອັນສັກກະລະບູຊານັ້ນ. ຍ້ອນເຫດນີ້ເອງ, ໃນປີຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນໄດ້ກຳນົດໜ້າທີ່ຮັບຜິດຊອບນັ້ນ ແມ່ນຂອງຊາວໜຸ່ມ, ໄວໜຸ່ມໃນວັນນີ້ ແລະ ກໍຄືລຸ່ນຄົນໃນອະນາຄົດ. ພວກຂ້າພະເຈົ້າໝັ້ນໝາຍ ຈະແມ່ນແນວຫຼັງທີ່ໝັ້ນແກ່ນໃຫ້ແກ່ບັນດານັກຮົບຢູ່ແນວໜ້າ ”

ຕອບກັບ

ຂ່າວ/ບົດ​ອື່ນ