ປະຕິກິລິຍາຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ

(VOVWORLD) - ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕົກລົງຮັບຮອງ Jerusalem ແມ່ນນະຄອນຫລວງຂອງ ອິດສະລາແອັນ ອາດຈະເປັນສິ່ງທີ່ກີດຂວາງ ອາເມລິກາ ບັນລຸສັນຍາສັນຕິພາບລະຫວ່າງ ອິດສະລາແອັນ - ປາແລັດສະຕິນ. 
ປະຕິກິລິຍາຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ - ảnh 1 ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres (ພາບ THX/TTXVN)

ແມ່ນຂໍ້ສັງເກດຂອງທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໃນບົດກ່າວປາໄສທາງໂທລະພາບຊ່ອງ CNN ຂອງ ອາເມລິກາ ໃນວັນທີ 10 ທັນວາ.

        ຕາມທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ແລ້ວ, ເຄີຍມີຄວາມຫວັງການຢຸດຕິການປະທະກັນລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ອາດຈະສິ້ນສຸດລົງ, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Antonio Guterres ພັດຖືວ່າ: ຂໍ້ຕົກລົງທີ່ທ່ານປະທານາທິບໍດີ Donald Trump ຫາກໍ່ຍົກອອກມາຫວ່າງມໍ່ໆມານີ້ ອາດຈະກໍ່ຜົນຮ້າຍເຖິງຄວາມມານະພະຍາຍາມດັ່ງກ່າວ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ