ປະທານ IPU, ຕີລາຄາສູງວຽກງານກະກຽມຈັດຕັ້ງ IPU132 ຂອງຫວຽດນາມ

ປະທານ IPU, ຕີລາຄາສູງວຽກງານກະກຽມຈັດຕັ້ງ IPU132 ຂອງຫວຽດນາມ - ảnh 1
(ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ຕ້ອນຮັບປະທານ IPU)

(vovworld) – “ຫວຽດນາມ​ ກະກຽມ​ທຸກ​ເນື້ອ​ໃນ​ຢ່າງ​ລະອຽດ​ເຖິງ​ຖອງ, IPU 132 ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ແນ່ນອນ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ“. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ປະທານ IPU Saber Choudhury ທີ່​ການ​ພົບ​ປະ​ກັບ​ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 25/3, ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ IPU ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ວຽກ​ງານ​ກະກຽມ​ຂອງ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ IPU 132 ​ແລະ ​ເນັ້ນ​ໜັກວ່າ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ​ໃນ​ສະພາບ​ບັນດາ​ປະ​ເທດ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ສາກົນ​ຕ່າງໆ. ກ່ຽວ​ກັບ​ຫົວ​ຂໍ້​ຂອງ IPU 132, ທ່ານ​ຖື​ວ່າ, ນີ້​ແມ່ນ​ບັນດາ​ເນື້ອ​ໃນ​ທີ່​ອຸດົມສົມ​ບຸນ ​ແລະ ​ແທດ​ຈິງ, ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະ​ເທດ​ຕ່າງໆ, ​ໃນ​ນັ້ນ​ໄດ້​ເຕື້ອງ​​ເຖິງ​ບັນດາ​ບັນຫາ​ຄື: ບັນຫາ​ນຳ້, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ກົດໝາຍ​ສາກົນ… ທ່ານ​ປະທານ IPU ຫວັງ​ວ່າ, IPU 132 ຈະ​ຍົກ​ອອກ​ບັນດາ​ຂໍ້​ຕົກລົງ​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງ​ໃຫ້​ແກ່​ປະຊາ​ຄົມ.

        ການ​ນຳ IPU ປະ​ເທດ​ຕ່າງໆ​ກໍ່​ລ້ວນ​ແຕ່​ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນມ. ທ່ານ​ເລຂາທິການ​ໃຫຍ່ IPU Martin Chungong, ຢືນຢັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ການ​ກະກຽມ​ຢ່າງ​ລະອຽດ, ​ເຖິງ​ຖອງ​ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນາມ, ບໍ່​ພຽງ​ແຕ່​ວຽກ​ງານ​ພະລາທິການ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ດ້ານ​ເນື້ອ​ໃນ, ຫົວ​​ເລື່ອງ​ປຶກສາ​ຫາລື​ອີກ​ດ້ວຍ. IPU ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະ​ເທດ​ເຈົ້າພາບ​ຫວຽດນາມ ​ແນະນຳ​ເຖິງ​ບັນດາ​ຜູ້​ແທນ​ຢູ່​​ໂລກ​ກ່ຽວ​ກັບບາດກ້າວ​ພັດທະນາ​ໃໝ່​ຢູ່​ຫວຽດນາມ, ບາດກ້າວ​ໃນ​ການ​ເຄື່ອນ​ໄຫວ​ລັດຖະສະພາ​ຢູ່​ຫວຽດນາມ, ​ໃນ​ການ​ຊຸກຍູ້​ປະຊາທິປະ​ໄຕ ​ແລະ ບໍລິຫານ​ຢູ່​ສະພາ​ແຫ່ງ​ຊາດ“.

        ​ສ່ວນ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ Anda Filip, ຫົວໜ້າ​ກົມ​ພົວພັນ​ກັບ​ຕ່າງປະ​ເທດ ​ແລະ ບັນດາ​ລັດຖະສະພາ​ສະມາຊິກ​ຂອງ IPU ກໍ່​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ວຽກ​ງານ​ກະກຽມ​ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນາມ:

        “ກ່ອນ​ນີ້ 10 ປີ ຂ້າພະ​ເຈົ້າ​ມາ​ຮ່າ​ໂນ້ຍ, ​ແລະ​ ການ​ມາ​ຮ່າ​ໂນ້ຍ ຄັ້ງ​ນີ້ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈທີ່​ສຸດ​ໃຫ້​ແກ່​ຂ້າພະ​ເຈົ້າ, ດ້ວຍ​ການ​ພັດທະນາ​ຂອງ​ນະຄອນທີ່​ທັນ​ສະ​ໄໝ. ວຽກ​ງານ​ຈັດ​ຕັ້ງ​ຂອງ​ພວກ​ເພື່ອນ​ກໍ່​ມີ​ລັກສະນະ​ອາຊີບ​ທີ່​ສຸດ. ຂ້າພະ​ເຈົ້າ​ເຊື່ອໝັ້ນ​ວ່າ IPU 132  ຢູ່​ຮ່າ​ໂນ້ຍຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ແນ່ນອນ“

ຂ່າວ/ບົດ​ອື່ນ