ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢ້ຽມຢາມ VOV

(VOVWORLD) - ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ຕອນເຊົ້າວັນທີ 21 ມິຖຸນາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ ໄດ້ລົງຢ້ຽມຢາມ ແລະ ອວຍພອນການນຳ, ພະນັກງານ, ບັນນາທິການ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV).
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢ້ຽມຢາມ VOV - ảnh 1  ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ (ພາບ: TTXVN)

ທ່ານ ເຈິ່ນແທງເໝີນ ປາດຖະໜາຢາກໃຫ້ VOV ສືບຕໍ່ເປັນເສນາທິການໃຫ້ພັກ, ລັດ ປະກາດໃຊ້ບັນດາເອກະສານໄດ້ຢ່າງທັນການ, ປັບປຸງກົນໄກ, ນະໂຍບາຍກົດໝາຍໃຫ້ສົມບູນແບບ ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດຂອງຖັນແຖວນັກຂ່າວ, ບັນນາທິການ, ຜູ້ຮ່ວມງານ, ພະນັກງານ, ພາລະກອນຂອງບັນດາອົງການສື່ມວນຊົນໃນວິວັດການໄປປະຕິບັດວຽກງານການຂ່າວ. ໃນພາລະກິດສ້າງສາ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, VOV ຄວນຍູ້ແຮງວຽກງານໂຄສະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນສຳລັບບັນດາທັດສະນະ, ນະໂຍບາຍຂອງພັກ, ລັດ.

        ສ່ວນຜູ້ອຳນວຍການໃຫຍ່ VOV, ທ່ານ ຫງວຽນເທ໋ກີ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ VOV ແຕ່ລະຄົນ ຍາມໃດກໍ່ຈະເພີ່ມທະວີຄຸນທາດດ້ານການເມືອງ, ຍົກສູງຄຸນຈັນຍາບັນ, ໃຫ້ຂ່າວທັນການ, ຖືກຕ້ອງຕາມການກຳນົດທິດ, ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ