ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢ້ຽມຢາມໂຮງຮຽນນາຍທະຫານກອງທັບອາກາດ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢ້ຽມຢາມໂຮງຮຽນນາຍທະຫານກອງທັບອາກາດ - ảnh 1
(ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢ້ຽມຢາມໂຮງຮຽນນາຍທະຫານກອງທັບອາກາດ)

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ແຄ໋ງຮ່ວາ, ຕອນ​ເຊົ້າ​ວັນ​ທີ 05/12, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ສູນ​ກາງ ລົງ​ຢ້ຽມຢາມໂຮງຮຽນ​ນາຍ​ທະຫານ​ກອງທັບ​ອາກາດ ຢູ່​ນະຄອນ​ຍາ​ຈາງ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ຊຶ່ງໂຮງຮຽນ​ນາຍ​ທະຫານ​ກອງທັບ​ອາກາດ ບັນລຸ​ໄດ້; ພ້ອມ​ທັງ​ແລກປ່ຽນ​ຫຼາຍ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ຂອງ​ຖັນ​ແຖວ​ນັກ​ບິນ ​ແລະ ພະນັກງານ​ເຕັກນິກ ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທ​ດທັນ​ສະ​ໄໝ​ໃນ​ປະຈຸ​ບັນ, ກໍ່​ຄືວຽກງານ​ໜູນ​ຊ່ວຍ, ບຳລຸງ​ສ້າງ​ນັກ​ບິນ ​ແລະ ພະນັກງານ​ເຕັກນິກ​ໃຫ້​ປະ​ເທດ​ລາວ ​ແລະ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ