ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ເຢຍລະມັນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ເຢຍລະມັນ - ảnh 1
ທ່ານຫງວຽນທ້ຽນເຍີນ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ
ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນເຢຍລະມັນ
(ພາບ:daidoanket.vn)

(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ເປັນ​ເວລາ 3 ວັນ​ຢູ່​ສະຫະພັນ​ເຢຍລະ​ມັນ, ຢູ່​ສູນ​ກອງ​ປະຊຸມ​ຂອງ​ກຸ່ມ​ບໍລິສັດ Messer AG ທີ່​ນະຄອນ Frankfurt am Main, ​ໃນ​ຕອນ​ບ່າຍ​ວັນ​ທີ 29/6, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດນາມ-ນຳ​ໜ້າລະດັບ​ ເຕີບ​ໂຕຂອງ​ຕະຫຼາດ ອາ​ຊຽນ”​. ບົນ​ພື້ນຖານ​ຕີ​ລາຄາ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ນາໆ​ປະການ​ທີ່ພວມ​ວາງ​ອອກໃຫ້​​ເສດຖະກິດ ຫວຽດນາມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຊີ້ອອກ 5 ມາດ​ຕະການ​ໃຫ້​ແກ່​​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ ​ເຊິ່ງລວມມີ: ການ​ຄວບ​ຄຸມ​ໜີ້​ສາທາລະນະ, ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ຫຼຸດຜ່ອນ​ໜີ້​ເສຍ​ຂອງ​ລະບົບ​ທະນາຄານ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ.

        ​ແລ​ະກໍ​ໃນ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສາ​ສະ​ດາ​ຈານ, ດຣ Kuhl, ສະ​ຖາ​ບັນ​ຄຸ້ມ​ຄອງ​ການ​ດຳ​ເນີນ​ທຸລະ​ກິດ​ດ້ານ​ກະສິກຳ ​ແລະ ​ເສດຖະກິດ​ອາຫານ​ມະຫາວິທະຍາ​ໄລ Justus-Liebig Giesse, ​​ໄດ້ ແນະນຳ​ໂດຍ​ສັງ​ເຂ​ບ ກ່ຽວ​ກັບ 3 ຮູບ​ແບບ​ສະຫະກອນ ​ແລະ ຈຸດ​ພິ​ເສດຂອງ​ລະບົບສະຫະກອນ​ຂອງ ຫວຽດນາມ; ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ-​ວິທະຍາສາດ ​ແລະ ສິລະ​ປະລັດ Hessen Boris Rhein ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງລັດ Hessen ກັບ​ບາງ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຢູ່ ຫວຽດນາມ. ທ່ານ​ກໍ​ມີ​ການ​ເຮັດ​ວຽກ ​ແລະ ພົບ​ປະ​ກັບ​ທ່ານ Andreas Kappes, ​ເລຂາທິການ​​ໃຫຍ່​ສະຫະພັນ​ສະຫະກອນ Raiffeisen ຂອງ​ເຢຍລະ​ມັນ (DGRV), ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ທະນາຄານ Vietinbank ສາຂາ​ຢູ່​ເຢຍລະ​ມັນ.

ຂ່າວ/ບົດ​ອື່ນ