ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິນເທີ

(VOVWORLD) - ວັນທີ 17 ມິຖຸນາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເມີນ
ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິນເທີ - ảnh 1 ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເມີນ (ພາບ: TTXVN)

ໄດ້ນຳໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນ ເກິນເທີ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 ຢູ່ເມືອງ ທົດນົດ, ນະຄອນ ເກິນເທີ. ທ່ານ ເຈິ່ນແທງເມີນ ຖືວ່າ: ໃນໄລຍະຜ່ານມາ, ໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ພັກ, ລັດ ໄດ້ຊີ້ນຳຢ່າງຂ້ຽວຂາດທີ່ສຸດ. ບັນດາກໍລະນີຖືກຄົ້ນພົບ ລ້ວນແຕ່ໄດ້ສືບສວນ, ແກ້ໄຂ,  ແລະ ນຳຂຶ້ນສານດຳເນີນ, ເຖິງວ່າຄົນຜູ້ນັ້ນພວມດຳລົງຕຳແໜ່ງໃດ ຫຼື ອອກພັກບຳນານແລ້ວກໍ່ຕາມ. ການແກ້ໄຂຄວາມຜິດພາດສໍ້ລາດບັງຫລວງ ແມ່ນບໍ່ມີເຂດຫ້າມ.

        ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເມີນ ໄດ້ຫວນຄືນສະພາບເສດຖະກິດ - ສັງຄົມຂອງປະເທດຊາດໃນປີ 2017 ແລະ ຊຸມເດືອນຕົ້ນປີ 2018; ພ້ອມທັງ ແບ່ງປັນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນດາສິ່ງຈຳກັດ ທີ່ຄວນຈະໄດ້ຮັບການແກ້ໄຂໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ