ປະທານປະເທດ ເຈີນດ້າຍກວາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ

(VOVWORLD) - ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ ແຕ່ວັນທີ 28 ມິຖຸນາ ຫາ ວັນທີ 1 ກໍລະກົດ
ປະທານປະເທດ ເຈີນດ້າຍກວາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ - ảnh 1 ທ່ານປະທານປະເທດ ເຈີນດ້າຍກວາງ

ນີ້ແມ່ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງທຳອິດຂອງ ທ່ານປະທານປະເທດ ເຈີນດ້າຍກວາງ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ. ໃນການຢ້ຽມຢາມຄັ້ງນີ້ ຫຍຽດນາມ ຖືເປັນສຳຄັນ ແລະ ປາຖະໜາຢາກເພີ່ມທະວີການພົວພັນສອງຝ່າຍກັບ ສະຫະພັນລັດເຊຍ ຢ່າງບໍ່ຢຸດຢັ້ງ, ສ້າງກຳລັງໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນທຸກຂົງເຂດ. ພ້ອມທັງ, ສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖື ສະຫະພັນລັດເຊຍ ແມ່ນບູລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ, ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໄວ້ວາງໃຈ.

        ເມື່ອຕອບສຳພາດສອງສຳນັກຂ່າວໃຫຍ່ຂອງ ລັດເຊຍ ຄື: TASS ແລະ Sputnik ກ່ອນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ, ທ່ານປະທານປະເທດ ເຈີນ ດ້າຍກວາງ ເນັ້ນໜັກການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ພວມພັດທະນາຢ່າງດີງາມ. ໃນການຢ້ຽມຢາມ ສະຫະພັນລັດເຊຍ ຄັ້ງນີ້, ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ຈະຮ່ວມກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ບັນດາການນຳ ສະຫະພັນລັດເຊຍ ແລກປ່ຽນກ່ຽວກັບການພົວພັນຮ່ວມມືສອງຝ່າຍ, ກຳນົກແນວທາງ ແລະ ນະໂຍບາຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ພິເສດແມ່ນວຽກງານຜັນຂະຫຍາຍປະຕິບັດສັນຍາການຄ້າເສລີ ຫວຽດນາມ-ສະຫະພັນເສດຖະກິດ ອາຊຽນ-ເອີຣົບ (EAEU) ຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຈະມານະພະຍາຍາມເພື່ອໃຫ້ EAEU ເປີດກວ່າງການພົວພັນຮ່ວມມືກັບ ປະຊາຄົມອາຊຽນ - ເປັນຕະຫຼາດເອກະພາບ, ພັດທະນາຢ່າງຂະຫຍັນຂັນເຄື່ອນດ້ວຍປະຊາກອນກວ່າ 600 ລ້ານຄົນ, ລວມຍອດຜະລິດຕະພັນພາຍໃນປະເທດ GDP ບັນລຸ 2.500 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ