ປະທານປະເທດ ເຈິ່ນດ້າຍກວາງ: ຮັບໃຊ້ດີທີ່ສຸດເພື່ອຜົນປະໂຫຍດແຫ່ງຊາດແລະ ການພັດທະນາແບບຍືນຍົງຂອງປະເທດຊາດ

(VOVWORLD) - ເສດຖະກິດໂລກກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍກາລະໂອກາດໃໝ່ ແລະ ສິ່ງທ້າທາຍທີ່ສັບສົນ, ສະພາບຄວາມໝັ້ນຄົງ, ການເມືອງສາກົນ ແລະ ພາກພື້ນ ມີການຫັນປ່ຽນໄວກ່ວາການຄາດຄະເນ, ມີລັກສະນະບໍ່ເປັນປົກກະຕິ, ຍາກທີ່ຄາດຄະເນໄດ້ລ່ວງໜ້າ:
ປະທານປະເທດ ເຈິ່ນດ້າຍກວາງ: ຮັບໃຊ້ດີທີ່ສຸດເພື່ອຜົນປະໂຫຍດແຫ່ງຊາດແລະ ການພັດທະນາແບບຍືນຍົງຂອງປະເທດຊາດ - ảnh 1 ທ່ານປະທານປະເທດ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າການທູດທີ່ການເຮັດວຽກ

ຕອນເຊົ້າວັນທີ 9 ສິງຫາ, ທີ່ສຳນັກງານປະທານປະເທດ, ຫ້ອງວ່າການປະທານປະເທດໄດ້ສົມທົບກັບກະຊວງການຕ່າງປະເທດ ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດແຕ່ງຕັ້ງໃຫ້ເອກອັກຄະລັດຖະທູດ 16 ທ່ານທີ່ໄປປະຈຳຢູ່ 16 ປະເທດ ແລະ ຮັບຜິດຊອບດ້ານການທູດຢູ່ 29 ປະເທດ, ອາຍຸການ 2018 – 2021. ທີ່ການຕ້ອນຮັບ ແລະ ມອບໜ້າທີ່, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ: ສະພາບການສາກົນ ແລະ ພາກພື້ນມີການຫັນປ່ຽນໄວ, ສັບສົນ. ເສດຖະກິດໂລກກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍກາລະໂອກາດໃໝ່ ແລະ ສິ່ງທ້າທາຍທີ່ສັບສົນ, ສະພາບຄວາມໝັ້ນຄົງ, ການເມືອງສາກົນ ແລະ ພາກພື້ນ ມີການຫັນປ່ຽນໄວກ່ວາການຄາດຄະເນ, ມີລັກສະນະບໍ່ເປັນປົກກະຕິ, ຍາກທີ່ຄາດຄະເນໄດ້ລ່ວງໜ້າ:

        “ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຄວນສຸມໃສ່ປະຕິບັດວຽກງານກຳແໜ້ນ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການ, ເປັນເຈົ້າການໃນການເປັນເສນາທິການ, ສະເໜີຕໍ່ພັກ, ລັດ ມີແຜນນະໂຍບາຍ, ມາດຕະການເພື່ອນຳການພົວພັນການຕ່າງປະເທດກ້າວເຂົ້າສູ່ລວງເລິກ, ພິເສດແມ່ນສຳລັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ຄູ່ຮ່ວມມືສຳຄັນ, ເພີ່ມທະວີການປະສານສົມທົບຜົນປະໂຫຍດດ້ານເສດຖະກິດ, ການຄ້າ, ການລົງທຶນ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ… ພ້ອມກັນນັ້ນແມ່ນໜ້າທີ່ເປັນເຈົ້າການ, ສົມທົບກັນແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການກ່ຽວຂ້ອງໃນການປ້ອງກັນສະກັດກັ້ນ ແລະ ກ່າວເຕືອນການປະທະກັນ, ຢຶດໝັ້ນມາດຕະການສັນຕິພາບບົນພື້ນຖານກົດໝາຍສາກົນ.”

        ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ເນັ້ນໜັກວ່າ ພໍ່ແມ່ປະຊາຊົນ, ພົນລະເມືອງ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດໄດ້. ຍ້ອນເຫດນັ້ນ, ວຽກງານກ່ຽວກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງສືບຕໍ່ແມ່ນໜຶ່ງໃນບັນດາໜ້າທີ່ປະຈຳ, ສຳຄັນຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ