ປະທານປະເທດ ເຈືອງເຕິ໋ຊາງຢ້ຽມຢາມ, ອວຍພອນບຸນປີໃໝ່ຢູ່ ເງ້ອານ

ປະທານປະເທດ ເຈືອງເຕິ໋ຊາງຢ້ຽມຢາມ, ອວຍພອນບຸນປີໃໝ່ຢູ່ ເງ້ອານ - ảnh 1
(ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ຢ້ຽມຢາມ​,
ອວຍພອນ​ບຸນປີ​ໃໝ່ປະຊາຊົນແຂວງເງ້ອານ)

(vovworld) -​ ວັນ​ທີ 11/2, ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ຢ້ຽມຢາມ​, ອວຍພອນ​ບຸນປີ​ໃໝ່ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ, ບັນດາ​ກຳລັງ​ປະກອບ​ອາວຸດ​ໃນ​ບໍລິ​ເວນ​ແຂວງເງ້ອານ. ມອບ​ຂອງຂວັນ​ໃຫ້​ຄົນ​ທຸກ​ຍາກ ​ແລະ ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ​ຢູ່​ຕາ​ແສງ​ມິ້​ເຊີນ ​​ແລະ ຍິນ​ເຊີນ, ​ເມືອງ​ໂດ​ເລືອ​ງ, ​ແຂວງ​ເງ້ອານ, ທ່ານ​ໄດ້​ຕີ​ລາຄາ​ສູງ​ອົງຄະ​ນະ​ພັກ ​​ແລະ​ອຳນາດ​ການ​ປົກຄອງ​ຮາກ​ຖານ​ທີ່​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ເວົ້າ​ລວມ, ບັນດາ​ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ ​ແລະ ຜູ້​ທຸກ​ຍາກ. ​ເມື່ອ​ອວຍພອນ​ບຸນ​ເຕັດ​ພະນັກງານ​ນັກຮົບ​ທະຫານ​ເຂດ 4, ທ່ານ ປະທານ​ປະ​ເທດຕີ​ລາ​ສູງ​ການ​ນຳ​ກົມ​ກອງ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ບຳລຸງ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ​ໃຫ້​ທົ່ວ​ປວງ​ຊົນ, ຍົກ​ສູງ​ກຳລັງ​ສູ້​ຮົບ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປ້ອງກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ເນັ​້ນໜັກ​ວ່າ, ປີ 2015 ​ແມ່ນ​ຈຸດ​ເວລາ​ທີ່​ປະ​ເທດ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ​ເຂົ້າ​ພາກ​ພື້ນ ​ແລະ ​ໂລກຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ກຳລັງ​ປະກອບ​ອາວຸດ​ຄວນ​ເພີ່ມ​ທະວີ​ວຽກ​ງານ​ການ​ເມືອງ, ​ແນວ​ຄິດ, ຍົກ​ສູງ​ສະຕິ​ລະວັງ​ຕົວ, ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດ, ປັບປຸງ​ສາຍພົວພັນ​ພິ​ເສດ​ຫວຽດນາມ - ລາວ.

​       ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ບຸນ​ເຕັດ​ປີ​ມະ​ແມ, ທ່ານ​ປະທານ​ປະ​ເທດ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ​ຢູ່​ເຂດ​ປູຊະນີຍະສະຖານ​ກິມລຽນ, ​ເມືອງ​ນາມ​ດ່ານ. ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາທ່ານ​ເລຂາທິການ​ໃຫຍ່ ​ເລ​ຮົ່ງຟອງ ຢູ່​ເຂດ​ອະນຸສອນ​ສະຖານ​ໃນ​ຕາ​ແສງ​ຮຶງທົງ, ​ເມືອງ​ຮຶງງວຽນ, ກໍ່​ຄື​ຈູດ​ທູບ​ທຽນ​ອາ​ໄລ​ຫາ​ຊາວ​ໜຸ່ມ​ຕະລຸມ​ບອນ 13 ຄົນ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ຈວງ​ໂບ່ນ, ເມືອງ​ໂດ​ເລືອ​ງ.

ຂ່າວ/ບົດ​ອື່ນ