ປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບ ປະທານສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ Alexander Feldman

ປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບ ປະທານສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ Alexander Feldman - ảnh 1
ທ່ານປະທານ​ປະ​ເທດ ເຈືອງ​ເຕິ​ນຊາງ ຕ້ອນຮັບທ່ານ​ປະທານ​ສະພາ​ດຳ​ເນີນ​ທຸລະ​ກິດ
 ອາ​ເມ​ລິ​ກາ-​ອາ​ຊຽນ Alexander Feldman

ພາບ: TTXVN


(vovworld) – ຕອນ​ບ່າຍ​ວັນ​ທີ 18/3, ​ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ໃຫ້ການຕ້ອນຮັບ​ທ່ານປະທານ​ສະພາ​ດຳ​ເນີນ​ທຸລະ​ກິດ ອາ​ເມ​ລິ​ກາ-​ອາ​ຊຽນ Alexander Feldman.  ທີ່​ການ​ຕ້ອນຮັບ​, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການພັດທະນາຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ-​ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ; ຕີ​ລາຄາ​ສູງການ​ປະກອບສ່ວນ​ຢ່າງແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ສະພາ​ດຳ​ເນີນ​ທຸລະ​ກິດ​ ອາ​ເມ​ລິ​ກາ-​ອາ​ຊຽນ ​ແລະ ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ-​ກາ​ນລົງທຶນ ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ນຳ​ການ​ພົວພັນ 2 ປະ​ເທດ​ໃຫ້ນັບ​ມື້​ນັບ​ພັດທະນາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ສະ​ເໜີສະພາ​ດຳ​ເນີນ​ທຸລະ​ກິດ​ ອາ​ເມ​ລິ​ກາ-​ອາ​ຊຽນ ​ກໍ່​ຄື​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ທີ່​ທຳ​ມາ​ຫາ​ກິນ​ຢູ່ ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີ​ການປະກອບສ່ວນ​ຢ່າງ​ແທດ​ຈິງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ-​ການ​ຄ້າ ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ ຫວຽດນາມ ກ່ວາ​ອີກ. ອາ​ເມ​ລິ​ກາ ຍົກ​ເລີກ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ, ​ເປີດ​ປະຕູ​ຕະຫຼາດ​​ໃຫ້ສິນຄ້າຂອງ ຫວຽດນາມ ກ່ວາ​ອີກ, ສ້າງໄຫວ​ພິບ​ໃຫ້ ຫວຽດນາມ ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)​, ພິ​ເສດ​​ໃນ​ສະພາບ 2 ປະ​ເທດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ເປັນ​ປົກ​ກະຕິ (1995-2015).

ຂ່າວ/ບົດ​ອື່ນ